6 ເດືອນຕົ້ນປີ ໂຮງໝໍແຂວງມີຄົນເຈັບມາໃຊ້ບໍລິການເກືອບ 20.000 ເທື່ອຄົນ

ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງໂຮງໝໍແຂວງບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຈັນທອນ ຄູຫາເທບ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງ, ມີພະນັກງານພາຍໃນໂຮງໝໍແຂວງເຂົ້າຮ່ວມ.

 6 ເດືອນຜ່ານມາໂຮງໝໍແຂວງບໍລິຄຳໄຊ ມີຈຳນວນຕຽງ 90 ຕຽງ, ເຊິ່ງຜ່ານມາມີຄົນເຈັບເຂົ້າມາກວດເຂດນອກທັງໝົດ 19.135 ເທື່ອຄົນ, ກວດສຸຂະພາບເຂດນອກ 11.593 ເທື່ອຄົນ, ກວດຢັ້ງຢືນສຸຂະພາບ 788 ເທື່ອຄົນ, ກວດຄົນເຈັບສຸກເສີນ 6.754 ເທື່ອຄົນ, ກວດສຸຂະພາບແຂ້ວ 1.499 ເທື່ອຄົນ, ດັງ ແລະ ຄໍ 338 ເທື່ອຄົນ, ຫູ 192 ເທື່ອຄົນ, ວຽກງານກາຍຍະພາບບຳບັດ 518 ເທື່ອຄົນ, ກວດສຸຂະພາບຕາ 353 ກໍລະນີ, ກວດພະຍາດຕາ 867 ກໍລະນີ, ຜ່າຕັດຕາ 40 ກໍລະນີ ( ແກ່ນຕາຂຸ້ນ ), ກວດວິເຄາະ 13.402 ກໍລະນີ, ສ່ອງລັງສີ 3.574 ກໍລະນີ, ເອໂກ 3.309 ກໍລະນີ, ແທກຫົວໃຈ 149 ກໍລະນີ, ພະຍາດຕົ້ນຕໍກວດເຂດນອກ ພະຍາດຕົ້ນຕໍແມ່ນຮູຄໍອາມິດານອັກເສບ, ຄວາມດັນເລືອດສູງ, ພະຍາດລະບົບລະລາຍ, ກະທົບອຶ່ນໆ, ພະຍາດແຂ້ວ, ເປັນຫວັດ ຫຼື ໄຂ້ຫວັດ, ເບົາຫວານ, ອຸບັດຕິເຫດທ້ອງຖະໜົນ, ລະບົບກ້າມຊີ້ນ ແລະ ກະດູກ, ຫຼອດປອດ ຫຼື ປອດອັກເສບ.

ຄົນເຈັບເຂົ້ານອນໂຮງໝໍ 5.445 ເທື່ອຄົນ, ຄົນເຈັບເດັກ 1.196 ເທື່ອຄົນ, ສະເລ່ຍວັນນອນໂຮງໝໍ 3 ວັນ, ອັດຕາໝູນໃຊ້ຕຽງ 96,51%, ເສຍຊີວິດໃນໂຮງໝໍ 65 ກໍລະນີ, ສົ່ງຕໍ່ບ່ອນມີເງື່ອນໄຂ 246 ກໍລະນີ, ຜ່າຕັດໃຫຍ່ 117 ກໍລະນີ, ຜ່າຕັດກາງ 218 ກໍລະນີ, ຜ່າຕັດນ້ອຍ 56 ກໍລະນີ, ສັກວັກແຊງ ແລະ ຢອດຢາ 1.638 ເທື່ອຄົນ, ກວດທ້ອງແມ່ມານ 1.633 ເທື່ອຄົນ, ຜ່າຕັດເອົາລູກອອກ 126 ກໍລະນີ, ເຮັດໝັນຍິງ 24 ກໍລະນີ, ເກີດລູກໂດຍມີທ່ານໝໍຊ່ວຍເກີດ 522 ກໍລະນີ, ພະຍາດຕົ້ນຕໍແມ່ນພະຍາດລະບົບລະລາຍ, ລະບົບຖ່າຍເທ, ຄວາມດັນເລືອດສູງ, ຮູຄໍອາມິດານອັກເສບ, ພະຍາຫຼອດປອດ ຫຼື ປອດອັກເສບ, ເລືອດຈາງ, ໄຂ້ຍຸງລາຍ, ໄຂ້ຫວັດ, ພະຍາດອື່ນຂອງຫົວໃຈເສັ້ນເລືອດ ແລະ ເບົາຫວານ. ນອກນັ້ນ ວຽກງານ 5 ສ ແລະ ວຽກງານແຕ່ລະໜ່ວຍງານແມ່ນໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ, ດ້ານການຮ່ວມມືກັບໂຄງການ LAO – LUX 027 ໃນວຽກງານຍົກສູງຄຸນນະພາບ ເປັນຕົ້ນແມ່ນໄດ້ໃຫ້ການຊ່ວຍເຫຼືອທາງດ້ານຕຶກອາຄານຫຼັງໃໝ່-ອຸປະກອນເຄື່ອງໃຊ້ຫ້ອງການ ແລະ ທາງການແພດ ເປັນມູນຄ່າ 870.000 ໂດລາສະຫະລັດ.

About admins16