ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນວາລະກອງປະຊຸມຈະໄດ້ຮັບຟັງການລາຍງານ, ຄົ້ນຄ້ວາ ແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນຄື: ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດ ທີ່ມີລັກສະນະຍຸດທະສາດ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ ແລະ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ແລະ ບາງນະໂຍບາຍທີ່ພົ້ນເດັ່ນທີ່ເປັນການຊຸກຍູ້, ຊ່ວຍເຫຼືອສັງຄົມ ໃນໄລຍະການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ, ພິຈາລະນາຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ, ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງແຂວງບໍລິຄໍາໄຊ,

ພິຈາລະນາຮັບຮອງເອົາ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງສະພາປະຊາຊົນແຂວງ ຊຸດທີ I,  ການເຄື່ອນໄຫວ ຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ພິຈາລະນາຮັບຮອງເອົາການສະເໜີການສັບຊ້ອນບຸກຄະລາກອນຂອງອົງການປົກຄອງແຂວງ. ພ້ອມດຽວກັນຍັງຈະໄດ້ພິຈາລະນາຮັບຮອງເອົານິຕິກໍາຂອງແຂວງ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການກໍານົດເຂດເພື່ອຄິດໄລ່ຄ່າເຊົ່າ, ສໍາປະທານເນື້ອທີ່ດິນຂອງລັດຄຸ້ມຄອງ ພາຍໃນແຂວງບໍລິຄໍາໄຊ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຊີວະນາໆພັນ ບໍລິເວນອ່າງໂຕ່ງເຂື່ອນໄຟຟ້ານໍ້າງຽບ 1, ຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ການເກັບລາຍຮັບ, ການແບ່ງຜົນປະໂຫຍດ ແລະ ການນໍາໃຊ້ງົບປະມານລະຫວ່າງເມືອງ ແລະ ບ້ານ.

ໃນໄລຍະດຳເນີນກອງປະຊຸມຄັ້ງນີ້ ຈະໄດ້ອອກອາກາດຖ່າຍທອດສົດ ຜ່ານທາງສະຖານີວິທະຍຸຂອງແຂວງ ໃນລະບົບ FM 101.3 Mh ແລະ ເປີດກວ້າງການປະກອບຄຳຄິດຄຳເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າ.

About admins16