ເມືອງ ວຽງທອງ ເປີດກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດ ປະຈໍາປີ

      ໃນວັນທີ 26 ມິຖຸນາ 2020 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ ໄດ້ມີກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດເມືອງ ປະຈຳປີ 2019 ແລະ ວາງທິດທາງແຜນການປະຈຳປີ 2020 ຂຶ້ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ.


ກອງປະຊຸມ ທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບຫຍໍ້ ຂອງຄະນະກວດກາພັກແຂວງ ໃນການເຄື່ອນໄຫວວຽກງານກວດກາປະຈຳປີ 2019 ແລະ ທິດທາງແຜນການປີ 2020 ແລະ ຜ່ານບົດສະຫຼຸບຂອງຄະນະກວດກາພັກເມືອງ ວຽງທອງ ໃນການເຄື່ອນໄຫວວຽກງານກວດກາປະຈຳປີ 2019 ແລະ ທິດທາງແຜນການປີ 2020 ໂດຍທ່ານ ໄດ້ຍົກໃຫ້ເຫັນວຽກງານຫຼາຍດ້ານທີ່ຈັດຕັ້ງປະຕິບັດໄດ້ ເປັນຕົ້ນແມ່ນວຽກງານການເຄື່ອນໄຫວການຄົ້ນຄ້ວາສ້າງ ແລະ ເຜີຍແຜ່-ໂຄສະນານິຕິກໍາຂອງຂັ້ນເທິງ, ໃນ 1 ປີຜ່ານມາ ເມືອງວຽງທອງ ໄດ້ຕິດຕາມ, ກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມຄຳສັ່ງເລກທີ 01 ຂອງກົມການເມືອງສູນກາງພັກ, ໃນປີ 2019 ທົ່ວອົງຄະນະພັກເມືອງ ມີ ທັງໝົດ 84 ຮາກຖານພັກ, ມີ 77 ໜ່ວຍພັກ, ໃນນັ້ນ ສະເໜີຕໍ່ຂັ້ນເທິງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 58 ໜ່ວຍ, ກາງ 18 ໜ່ວຍ ແລະ ອ່ອນ 1 ໜ່ວຍ, ມີສະມາຊິກພັກທັງໝົດ 1,427 ສະຫາຍ, ຍິງ 290 ສະຫາຍ, ສໍາຮອງ 71 ສະຫາຍ ຍິງ 19 ສະຫາຍ.

    ຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນວຽກງານຕ່າງໆ ເພື່ອເຮັດໃຫ້ວຽກງານກວດກາພັກ – ລັດ ໃຫ້ມີຄວາມເຂັ້ມແຂງ ກ້າວເຂົ້າສູ້ການພັດທະນາໄປເທື່ອລະກ້າວ.

About admin11