7 ວຽກງານທີ່ອົງການປົກຄອງແຂວງ ຕ້ອງສຸມໃສ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ

ເພື່ອຮັບປະກັນຜົນສຳເລັດຂອງວຽກງານພັດທະນາເສດຖະກິດ-ສັງຄົມ ອົງການປົກຄອງແຂວງຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄຳ ທອງລັດ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄຳໄຊ.

ຜ່ານການຮັບຟັງລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ 6 ເດືອນຕົ້ນປີ 2020 ເຖິງວ່າຈະພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ອົງການປົກຄອງແຂວງ ໄດ້ສູ້ຊົນຈັດຕັ້ງປະຕິບັດ ແລະ ບັນລຸໄດ້ ບາງຄາດຫມາຍ ເປັນຕົ້ນ: ການສືບຕໍ່ປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ, ໄດ້ສຸມໃສຈັດຕັ້ງປະຕິບັດຄໍາສັ່ງເລກທີ 02, 03/ນຍ ແລະ ຂໍ້ຕົກລົງເລກທີ 31/ນຍ ເພື່ອແກ້ໄຂຂອດຂັ້ນໃນການອະນຸມັດການລົງທຶນ, ການດໍາເນີນທຸລະກິດ ອັນສໍາຄັນແມ່ນການສ້າງຫ້ອງການບໍລິການເອກະສານຜ່ານປະຕູດຽວ ຄາດວາກາງເດືອນສິງຫາ ຈະໄດ້ເປິດທົດລອງນໍາໃຊ້, ໄດ້ສໍາເລັດການຍົກລະດັບພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ຮາກຖານທ້ອງຖິ່ນ, ພ້ອມດຽວກັນ ຍັງໄດ້ເອົາໃຈໃສ່ກວດກາຄືນ ໂຄງການລົງທຶນຂອງລັດທົ່ວແຂວງທີ່ມີມູນຄ່າສູງ ແລະ ປະສິດທິພາບຕໍ່າ, ປັບປຸງ ແລະ ຈັດຕັ້ງປະຕິບັດນະໂຍບາຍຟື້ນຟູ ແລະ ສົ່ງເສີມການຜະລິດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ການຜະລິດລະດູແລ້ງ, ປັບປຸງຖານລາຍຮັບ, ຄຸ້ມຄອງດ່ານຊາຍແດນ, ປະຕິບັດນະໂຍບາຍສິນເຊື່ອທະນາຄານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ປະຕິບັດມາດຕະການສະກັດກັ້ນການລະບາດແຕ່ຫົວທີ, ຄວບຄຸມແກ້ໄຂພະຍາດໄຂ້ຍຸງລາຍ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19 ທີ່ລັດຖະບານວາງອອກ, ໄດ້ນໍາຊີ້ ແລະ ຜັນຂະຫຍາຍນະໂຍບາຍ ຂອງນາຍຍົກ ສະບັບເລກທີ່ 31/ນຍ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການພັດທະນາແກ້ໄຂໃຫ້ດີຂຶ້ນ.

ແຕ່ເຖິງຢ່າງໄດ້ກໍ່ຕາມ ຜ່ານການຕິດຕາມກວດກາຂອງສະພາປະຊາຊົນແຂວງ ຍັງເຫັນບາງບັນຫາທີ່ເປັນສິ່ງທ້າທາຍ ເຊິ່ງອົງການປົກຄອງແຂວງຈະຕ້ອງໄດ້ເອົາໃຈໃສ່ ຄື: ເອົາໃຈໃສ່ຊີ້ນໍາຂະແຫນງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັບປະກັນໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ, ປະຕິບັດນະໂຍບາຍການເງິນ ໃຫ້ສອດຄ່ອງ ແລະ ກົມກຽວ ສ້າງເງື່ອນໄຂ ໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໄດ້ຕາມແຜນການທີ່ກໍານົດໄວ້, ເພີ່ມທະວີການໂຄສະນາ, ສຶກສາອົບຮົມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈ ທີ່ເປັນເອກະພາບກັນກັບອໍານາດການປົກຄອງແຕ່ລະຂັ້ນ, ສ້າງຈິດສໍານຶກຈິດໃຈຮັກຊາດ ແລະ ພັດທະນາ, ເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນແຂວງ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນໃຫ້ປະກົດຜົນເປັນ, ຊຸກຍູ້ພາກສ່ວນກ່ຽວຂ້ອງ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆ ດ້ວຍການອອກນິຕິກໍາສະເພາະ ສໍາລັບການເຄື່ອນຍ້າຍສິນຄ້າພາຍໃນ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ຕາມດ່ານຊາຍແດນ ໃຫ້ສອດຄ່ອງຕາມກົດໝາຍ ແລະ ມີລັກສະນະຄ່ອງຕົວກ່ວາເກົ່າ, ສືບຕໍ່ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງຂະແຫນງການ ໃນຂົງເຂດການເງິນ, ງົບປະມານ ແລະ ການລົງທຶນໃຫ້ເຂັ້ມງວດ, ຮັບປະກັນໃຫ້ແກ່ການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງການລົງທຶນຕາມກົນໄກປະຕູດຽວ ແລະ ການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການ, ກະກຽມຄວາມພ້ອມຮອບດ້ານເພື່ອຈັດຕັ້ງປະຕິບັດ ແຜນຊຸກຍູ້ການຜະລິດລະດູຝົນປີ 2020 ໃຫ້ທັນລະດູການ, ກະກຽມຕ້ານໄພພິບັດທີ່ຈະເກີດຂື້ນໃນລະດູຝົນ, ສືບຕໍ່ສຸມທຶນຮອນ, ສະຫນອງແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການ ເຂົ້າໃສ່ການຜະລິດກະສິກໍາ, ການຜະລິດກະສິກໍາສະອາດ ຕາມທ່າແຮງຂອງແຂວງ ເພື່ອຮັບປະກັນຄວາມຍືນຍົງທາງດ້ານສະບຽງອາຫານ ໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ, ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາມາດຕະການ ໃນຂົງເຂດວັດທະນະທໍາ-ສັງຄົມ ເພື່ອຮັບປະກັນໃຫ້ບັນດາຄາດໝາຍທີ່ມີຄວາມສ່ຽງ ແລະ ທົດຖອຍ ບັນລຸຕາມແຜນການ, ສືບຕໍ່ຄົ້ນຄວ້າວິທີການເພື່ອຟື້ນຟູການຮຽນ-ການສອນ ໃຫ້ເຂົ້າສູ່ສະພາບປົກກະຕິ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບສຸກຂະອະນາໄມ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດເຊື້ອພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ, ຍົກສູງຂີດຄວາມສາມາດໃນດ້ານວິຊາການໃຫ້ບຸກຄະລາກອນ ແລະ ປັບປຸງລະບົບສາທາລະນະສຸກ ໃຫ້ມີຄວາມເຂັ້ມແຂງ, ຈັດຕັ້ງປະຕິບັດນະໂຍບາຍລາຄາໄຟຟ້າ, ການຜ່ອນຜັນພັນທະດ້ານພາສີ-ອາກອນ ແລະ ຊຸກຍູ້ໃຫ້ຫົວຫນ່ວຍທຸລະກິດ ແລະ ຜູ້ປະກອບການ ທີ່ໄດ້ຮັບຜົນກະທົບຈາກການລະບາດ ພະຍາດໂດວິດ-19 ໃຫ້ເປັນຮູບປະທໍາ ເພື່ອຟື້ນຟູ ແລະ ສາມາດດໍາເນີນກິດຈະການ ໃຫ້ກັບໄປສູ່ສະພາບປົກກະຕິໂດຍໄວ ແລະ ສືບຕໍ່ຈັດຕັ້ງປະຕິບັດມາດຕະການ ທີ່ກໍານົດໄວ້ໃນມະຕິສະພາປະຊາຊົນແຂວງ ເລກທີ 08 ທີ່ໄດ້ຮັບຮອງໃນກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊົນຊົນແຂວງຊຸດທີ I.

About admins16