ເມືອງວຽງທອງລະນຶກ 2 ວັນປະຫວັດສາດ


ຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປາຖະກະຖາລະນຶກວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 111 ປີ ( 13 ກໍລະກົດ 1909 – 13 ກໍລະກົດ 2020) ແລະ ວັນເຊັນສັນຍາມິດຕະພາບ, ການຮ່ວມມື, ສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 43 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2020) ເຊີ່ງເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ສົມໃຈ ຊົງລາຫວ່າງ ປະທານກວດກາພັກ-ລັດເມືອງ, ມີຄະນະປະຈໍາພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ ເຂົ້າຮ່ວມຮັບຟັງ.


ທ່ານ ສົມໃຈ ຊົງລາຫວ່າງ ໄດ້ຍົກໃຫ້ເຫັນ ຊິວິດການເປັນຢູ່, ການເຄື່ອນໃຫວປະຕິວັດ ຂອງ ທ່ານ ປະທານສຸພານຸວົງ ແຕ່ກາງປີ 1920 ຫາ 1995, ເປັນຕົ້ນແມ່ນຜົນງານ ແລະ ຄຸນງານຄວາມດີຂອງທ່ານສຸພານຸວົງ ທີ່ມີຄວາມຈົ່ງຮັັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ, ຍາມໃດກໍ່ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟຶ້ອຮັກແພງມິດສະຫາຍຢ່າງຈິງໃຈ, ດໍາລົງຊິວິດຢ່າງສັັດຊື່ສຸຈະລິດ, ໄດ້ອຸທິດໝົດຈິດໝົດໃຈ, ມີຫົວຄິດປະດິດສ້າງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ. ພ້ອມນີ້ ທ່ານ ກໍ່ໄດ້ເລົ່າຄືນວັນເຊັນສົນທິສັນຍາມິດຕະພາບການຮ່ວມມື, ການສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ທີ່ເປັນຂີດໝາຍສາຍພົວພັນແບບພິເສດຂອງສອງຊາດ.

     ໃນການເລົ່າຄືນມູນເຊື່ອຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ ຮຸ່ນສືບທອດ ໄດ້ຮັບຮູ້ ແລ້ວນໍາເອົາແນວຄິດ – ການກະທຳຂອງທ່ານຜູ້ນໍາໄປເປັນແບບຢ່າງ ໃນການຈັດຕັ້ງປະຕິບັດ ແລະ ດຳລົງຊີວິດ ຢູ່ໃນຖັນແຖວຂອງພະນັກງານ.

About admin11