ເຜີຍແຜ່ລະບຽບຈະລາຈອນໃຫ້ປະຊາຊົນບ້ານຫ້ວຍຫອຍ


ໃນວັນທີ 3 ກໍລະກົດ 2020 ຢູ່ສະໂມສອນບ້ານ ຈັດສັນໃໝ່ຫ້ວຍຫອຍ ໄດ້ຈັດຝືກອົບຮົມໂຄສະນາເຜີຍແຜ່ປູກຈິດສຳນຶກກ່ຽວກັບຄວາມປອດໄຟໃນການສັນຈອນຕາມທ້ອງຖະໜົນຫຼວງ ແລະ ລະບຽບຈະລາຈອນໃຫ້ພໍ່ແມ່ປະຊາຊົນ ບ້ານຫ້ອຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຂັນທະລາ ສຸຂະນຸວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີຮອງເລຂາພັກບ້ານ, ຮອງນາຍບບ້ານ, ຮອງຫົວໜ້າພະແນກຕຳຫຼວດ, ຄະນະທີມງານຄູຝຶກ ແລະ ພໍ່, ແມ່ ປະຊາຊົນພາຍໃນບ້ານເຂົ້າຮ່ວມ


ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງ-ເມືອງ ວຽງທອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງໂຄສະນາວຽກຄວາມປອດໄພທາງທ້ອງຖະໜົນຫຼວງພາຍໃນເມືອງ ວຽງທອງ ຈາກນັ້ນບັນດາຄູຝືກກໍ່ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ປູກຈິດສຳນືກກ່ຽວກັບວຽກຄວາມປອດໄພທາງຖະໜົນ ເປັນຕົ້ນແມ່ນບັນຫາທີ່ມັກເກີດອຸປະຕິເຫດຕາມທ້ອງຖະໜົນ, ກົດລະບຽບຈະລາຈອນ, ໂຄສະນາເຄື່ອງຄວາມໝາຍຂອງປ້າຍຈະລາຈອນ, ສາລະບານເດີນລົດ ແລະ ດຳລັດ 188/ ນຍ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆ ຕໍ່ຜູ້ກະທຳຜິດກົດຈະລາຈອນ ພ້ອມໄດ້ສາຍຮູບພາບ ແລະ ຄິບວິດີໂອລະຄອນທີ່ສ່ອງແສງເຖີງການລະເມີດກົດຈະລາຈອນ ເພື່ອເຮັດໃຫ້ພໍ່, ແມ່ ປະຊາຊົນ ໄດ້ມີຄວາມຮັບຮູ້ກ່ຽວກັບການສັນຈອນຕາມທ້ອງຖະໜົນ ແລະ ມີສະຕິໃນການປະຕິບັດລະບຽບຈະລານອນ ເພື່ອຫຼຸດຜ່ອນບັນຫາອຸປະຕິເຫດຕາມທ້ອງຖະໜົນໃຫ້ຄ່ອຍໆໝົດໄປ.

About admin11