ຫ້ອງການແນວລາວໄຊຈຳພອນ ເຊື່ອມຊຶມເອກະສານ ແລະ ນິຕິກໍາຕ່າງໆ

ໃນວັນທີ 15 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ຫ້ອງການແນວລາວສ້າງຊາດ ໄດ້ຈັດກອງປະຊຸມເຊື່ອມຊືມ ແຈ້ງການແນະນຳ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ, ຄຳແນະນຳຂອງແນວລາວສ້າງຊາດແຂວງບໍລິຄຳໄຊ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຈຳພອນຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເຈົ້າເມືອງໄຊຈຳພອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫ້ອງການອ້ອມຂ້າງ ແລະ ແນວໂຮມບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ ແຈ້ງການແນະນຳຂອງເຈົ້າແຂວງ ວ່າດ້ວຍການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ ( 13 ສິງຫາ 1950 – 13 ສິງຫາ 2020 ) ແລະ ເອກະສານຄໍາແນະນໍາຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະບັບເລກທີ 008/ສນຊ ວ່າດ້ວຍການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.

       ຈຸດປະສົງຂອງການເຊື່ອມຊືມບັນດາເອກະສານດັ່ງກ່າວ ກໍ່ເພື່ອໃຫ້ບັນດາທ່ານຜູ້ເຂົ້າຮ່ວມ ໄດ້ຮັບຮູ້ພາລະບົດບາດຂອງອົງການແນວລາວສ້າງຊາດ ທີ່ມີໜ້າທີ່ ໃນການເຕົ້າໂຮງຄວາມສາມັກຄີປະຊາຊົນບັນດາເຜົ່າ ໃຫ້ມີຄວາມເປັນປຶກແຜ່ນ, ມີຄວາມຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມໃຈກັນສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມສຸກ ແລະ ສັງຄົມມີຄວາມຍຸຕິທຳ.

About admins14