ສພຂ ເພດຍິງບໍລິຄຳໄຊ ເຄື່ອນໄຫວກິດຈະກຳໂຄງການສຽງຂອງແມ່ຍິງຢູ່ເມືອງບໍລິຄັນ

ໃນຕົ້ນເດືອນກໍລະກົດ 2020 ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ (ສສຂ ເພດຍິງ) ນຳໂດຍທ່ານ ນາງ ສີໄຄ ສີປະເສີດ ຮອງປະທານສະພາປະຊາຊົນແຂວງ ທັງເປັນສະມາຊິກສະພາແຫ່ງຊາດເພດຍິງປະຈຳເຂດເລືອກຕັ້ງທີ 11, ທ່ານ ນາງ ມາລີສາ ອາໄພລາດ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຊົນຂອງໂຄງການສຽງຂອງແມ່ຍິງຢູ່ບ້ານທົ່ງພັນຄຳ, ບ້ານພູຄຳ, ບ້ານຜາເມືອງ, ບ້ານຜາໄດ, ບ້ານຫວ້າ ແລະ ບ້ານນາກຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ກໍ່ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການເຜີຍແຜ່ບັນດາເອກະສານ ແລະ ບັນດານິຕິກຳ ກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດ ຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ, ສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ, ສົນທິສັນຍາ ວ່າດ້ວຍການລຶບລ້າງຄວາມຮຸນແຮງທຸກຮູບແບບ ການຈຳແນກຕໍ່ແມ່ຍິງໃນຂັ້ນພື້ນຖານ (ສົນທິສັນຍາຊີດໍ), ຄວາມຮູ້ພື້ນຖານ ກ່ຽວກັບບາງມາດຕາຂອງສົນທິສັນຍາສາກົນ ທີ່ກ່ຽວຂ້ອງກັບແມ່ຍິງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ດຳລັດວ່າດ້ວຍການຄຸ້ມຄອງ ແລະ ການປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ, ແນວທາງຂອງພັກປະຊາຊົນລາວ ກ່ຽວກັບການຄົ້ນຄ້ວາຊື່ເອີນຊົນເຜົ່າໃນ ສປປ ລາວ ແລະ ບາງປະກົດການຫຍໍ້ທໍ້ທາງດ້ານສາສະໜາ ທີ່ຕິດພັນກັບຊົນເຜົ່າ ແລະ ບາງວິທີແກ້ໄຂ, ການນຳໃຊ້ມາດຕະການວຽກງານໂພສະນາການ, ການສັກຢາກັນພະຍາດ ແລະ ວຽກງານສຸຂະພາບຈະເລີນພັນ, ກ່ຽວກັບບາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງເປັນຕົ້ນ: ກົດໝາຍວ່າດ້ວຍການໃຫ້ວັກຊິນກັນພະຍາດ, ກົດໝາຍວ່າດ້ວຍອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ຄວາມຮູ້ພື້ນຖານກ່ຽວກັບຂັ້ນຕອນ ແລະ ວິທີການໃນການສ້າງຄອບຄົວກັບຄົນຕ່າງປະເທດ ຢ່າງຖືກຕ້ອງຕາມກົດໝາຍ, ການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ບາງມາດຕາຂອງກົດໝາຍ ທີ່ກ່ຽວພັນກັບສິດຜົນປະໂຫຍດຂອງແມ່ຍິງເຊັ່ນ: ກົດໝາຍວ່າດ້ວຍຄອບຄົວ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ແລະ ຂັ້ນຕອນການເຂົ້າສູ່ຂະບວນການຍຸຕິທຳ.

ຕິດພັນກັບການລົງເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດເພດຍິງ ປະຈຳເຂດເລືອກຕັ້ງທີ 11 ທາງຄະນະຍັງໄດ້ນຳເອົາເຄື່ອງອຸປະກອນຮັບໃຊ້ຫ້ອງການບ້ານ, ປຶ້ມຄູ່ມືກ່ຽວກັບວຽກງານສາທາລະນະສຸກ ແລະ ກ່ຽວກັບບົດບາດຍິງ-ຊາຍ ມອບໃຫ້ 6 ບ້ານເປົ້າໝາຍ.

About admins14