ກອງປະຊຸມຄົບຄະນະກຳມະການເສດຖະກິດແຜນການ ແລະ ການເງິນ

ກອງປະຊຸມຂອງຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໃສຄຳ ທອງລັດ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ, ເປັນກຽດເຂົ້າຮ່ວມໂດຍທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະກຳມະການເສດຖະກິດແຜນການ ແລະ ການເງິນ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ, ພະແນກການກ່ຽວຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ເປັນການຈັດຕັ້ງໜຶ່ງໃນກົງຈັກຂອງສະພາປະຊາຊົນແຂວງບໍລິຄຳໄຊ ເປັນເສນາທິການໃຫ້ແກ່ຄະນະປະຈຳສະພາປະຊາຊົນແຂວງ ແລະ ປະທານສະພາປະຊາຊົນແຂວງ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການເຄື່ອນໄຫວວຽກງານເປັນເວລາ 4 ປີຜ່ານມາ ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບນິຕິກຳຮ່ວມກັບຄະນະຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳຂອງແຂວງ ເພື່ອນຳໄປສູ່ການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ຂອງສະພາປະຊາຊົນແຂວງ ຊຸດທີ 1 ຈຳນວນ 14 ສະບັບ, ປະສານສົມທົບກັບພະແນກການກ່ຽວຂ້ອງ ກ່ຽວກັບການດັດປັບໂຄງການລົງທຶນຂອງລັດຮ່ວງພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ, ການດັດແກ້ງົບປະມານ 6 ເດືອນທ້າຍປີ ການຈ່າຍເງິນລື່ນແຜນປີ 2018, ເຂົ້າຮ່ວມກອງປະຊຸມປຶກສາຫາລືໃນການແກ້ໄຂຜົນຂອງການກວດກາໂຄງການກໍ່ສ້າງຈຳນວນ 4 ໂຄງການ, ເຂົ້າຮ່ວມປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບູລິມະສິດໂຄງການລົງທຶນຂອງລັດກ່ອນສະເໜີຂັ້ນເທິງພິຈາລະນາເຂົ້າແຜນປະຈຳປີ 2020, ໄດ້ປັບປຸງແຕ່ງຕັ້ງຮອງຫົວໜ້າຂະແໜງ 2 ສະຫາຍ ແລະ ຈັດວາງແບ່ງຄວາມຮັບຜິດຊອບໃຫ້ພະນັກງານໃນຄະນະກຳມະການຄືນໃໝ່, ໄດ້ຮັບຄຳຮ້ອງເຂົ້າມາທັງໝົດ 69 ສະບັບ ພິຈາລະນາ ແລະ ສົ່ງຫາພາກສ່ວນກ່ຽວຂ້ອງແກ້ໄຂ ແລະ ແຈ້ງຕອບເຈົ້າຂອງຄຳຮ້ອງຮັບຊາບແລ້ວທັງໝົດ, ໄດ້ຕ້ອນຮັບ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍໃຫ້ແກ່ປະຊາຊົນຈຳນວນ 68 ຄັ້ງ ລວມ 72 ຄົນ, ນອກນັ້ນ ວຽກງານດ້ານອື່ນໆ ເຫັນວ່າໄດ້ຮັບຜົນສຳເລັດຕາມຄາດໝາຍ.

ພ້ອມນີ້ ກອງປະຊຸມຍັງໄດ້ມີການປະກອບຄຳເຫັນ, ຄຳຖາມເຈາະຈິ້ມຈາກສະມາຊິກສະພາປະຊາຊົນແຂວງ ແລະ ການຊີ້ແຈງຈາກພະແນກກ່ຽວຂ້ອງ ກ່ຽວກັບບັນຫາທີ່ບໍ່ທັນຈະແຈ້ງ ແລະ ຄຳສະເໜີຂອງປະຊາຊົນ.

About admins16