ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 16 ສະໄໝທີ VI  ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກການອ້ອມຂ້າງ, ລັດວິສາຫະກິດ ແລະ ວິສາຫະກິດເອກະຊົນ ເຂົ້າຮ່ວມ.

ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 15 ວ່າ ໃນຊ່ວງໄລຍະສະພາບການຂອງໂລກພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງມັນສົ່ງຜົນກະທົບໂດຍກົງຕໍ່ກັບການພັດທະນາເສດຖະກິດ ແລະ ການເງິນຂອງໂລກ, ສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ກັບປະເທດພວກເຮົາ ໂດຍສະເພາະແຂວງບໍລິຄຳໄຊ ແຕ່ເຖິງຢ່າງໃດກໍ່ຕາມ ອົງຄະນະພັກແຂວງ ກໍ່ໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານ ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ສະມາຊິກພັກໃນກໍາລັງໃຫ້ກໍາແໜ້ນແນວທາງ, ກົດໝາຍ, ປະຕິບັດລະບຽບ-ວິໄນ ຢ່າງເຂັ້ມງວດ, ຊຸກຍູ້ການຜະລິດກະສິກໍາ, ການປູກເຂົ້ານາແຊງ ແລະ ນາປີ ທຽບໃສ່ປີຜ່ານມາ ເຫັນວ່າມີການຂະຫຍາຍຕົວເພີ່ມຂຶ້ນ, ຊຸກຍູ້ການປູກພືດລະດູແລ້ງ-ລະດູຝົນ, ລ້ຽງສັດໃຫຍ່, ສັດປີກ, ປາ ເພື່ອຕອບສະໜອງດ້ານສະບຽງອາຫານ ແລະ ເປັນສິນຄ້າ, ຕິດຕາມ, ຄຸ້ມຄອງລາຄາສິນຄ້າໃຫ້ໝັ້ນທ່ຽງ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ, ໃຫ້ບໍລິການ ການຄ້າ-ການລົງທຶນ ຜ່ານປະຕູດຽວ, ພື້ນຖານ​ໂຄງ​ລ່າງ​​ຄົມມະນາຄົມ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ຕໍ່ໃບອະນຸຍາດດໍາເນີນກິດຈະການດ້ານໄຟຟ້າພາຍໃນແຂວງ ຈໍານວນ 6 ບໍລິສັດ, ສາມາດສະໜອງໄຟຟ້າໄດ້ສໍາເລັດ 7 ຕົວເມືອງ ເທົ່າກັບ 100%, ເອົາໃຈໃສ່ຕິດຕາມຄຸ້ມຄອງກິດຈະການດ້ານບໍ່ແຮ່ 73 ບໍລິສັດ 113 ກິດຈະການ ໃຫ້​ເຄື່ອນ​ໄຫວ​ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ, ຂະຫຍາຍ​ສະຖານີ​ຮັບ-ສົ່ງສັນຍານໂທລະສັບ ແລະ ສາຍໄຍແສງ ກວມ 7 ເມືອງ ໃນທົ່ວແຂວງ, ກວດກາຄຸນນະພາບນ້ຳມັນ, ສິນຄ້າຫຸ້ມຫໍ່, ນໍ້າດື່ມ, ກົງເຕີໄຟຟ້າ, ນໍ້າປະປາ ແລະ ອ່ື່ນໆ ຢ່າງເປັນປົກກະຕິ, ສົ່ງນັກກິລາເທຄວັນໂດ ເຂົ້າຮ່ວມແຂ່ງຂັນຊີງຂັນປະທານສະຫະພັນເທຄວັນໂດແຫ່ງຊາດ ຄັ້ງທີ 8 ຊຶ່ງສາມາດຍາດໄດ້ ອັນດັບທີ 7 ໃນຈໍານວນ 14 ພາກສ່ວນ ແລະ ສາມາດຍາດໄດ້ຂັນດີເດັ່ນ 1 ໜ່ວຍ, 11 ຫຼຽນ, ໃນນັ້ນ: 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 6 ຫຼຽນທອງ, ໂຄສະນາຜ່ານສື່ມວນຊົນຕ່າງໆ ກ່ຽວກັບຄວາມຮູ້ພື້ນຖານ ແລະ ວິທີການປ້ອງກັນພະຍາດໂຄວິດ-19 ພ້ອມທັງໄດ້ກະກຽມໂຮງໝໍສຸກເສີນຂັ້ນແຂວງ ເພື່ອຮອງຮັບໃນການປິ່ນປົວ 2 ແຫ່ງ, ມອບໃບຢັ້ງຢືນໃຫ້ຄອບຄົວ ແລະ ບ້ານວັດທະນະທໍາ 231 ຄອບຄົວ ແລະ 3 ບ້ານ, ມີນັກທ່ອງທ່ຽວເຂົ້າແຂວງ ທັງໝົດ 34.587 ເທື່ອຄົນ, ເກັບລາຍຮັບເຂົ້າກອງທຶນທ່ອງທ່ຽວ ໄດ້ 97 ລ້ານກ່ວາກີບ, ຊ່ວຍເຫຼືອບັນເທົາທຸກ ຜູ້ທີ່ຖືກເຄາະຮ້າຍຈາກອັກຄີໄພ ຈໍານວນ 7 ຄອບຄົວ ຢູ່ໃນ 5 ເມືອງ ລວມມູນຄ່າ 13 ລ້ານກ່ວາກີບ, ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ໄດ້ລະດົມທຶນຊ່ວຍເຫຼືອວຽກງານປ້ອງກັນການລະບາດຂອງພະຍາດ ໂຄວິດ-19 ໃຫ້ສູນກາງ ແລະ ແຂວງ, ພ້ອມນີ້ຍັງໄດ້ປະກອບສ່ວນຊ່ວຍອາຫານ ໃຫ້ຄົນເຈັບທີ່ມີອາການສົງໄສ ແລະ ແພດໝໍ ປະຈໍາຢູ່ໂຮງໝໍຊົ່ວຄາວຂອງແຂວງ ແລະ ຊ່ວຍເຫຼືອສັງຄົມທາງດ້ານອື່ນໆລວມມູນຄ່າ 249 ລ້ານກ່ວາກີບ.

ກອງປະຊຸມຍັງຈະໄດ້ຮັບຟັງການເຜີຍແຜ່ຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ມິຖຸນາ ແລະ ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ 10. ພ້ອມນີ້ ຍັງຈະໄດ້ຮັບຟັງການລາຍງານບັນຫາພົ້ນເດັ່ນຈາກພະແນກການ, ເມືອງ ແລະ ການປະກອບຄຳຄິດເຫັນຈາກຜູ້ແທນກອງປະຊຸມ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາ ໃຫ້ໄດ້ຜົນດີໃນຕໍ່ໜ້າ.

 

About admins14