ບໍລິຄຳໄຊ ໄດ້ຮັບນາມມະຍົດ ເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ

ພິທີປະກາດແຂວງບໍຄຳໄຊເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ສະຫາຍ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສູນກາງສະຫະພັນກຳມະບານລາວ ມີກຳມະການພັກແຂວງ, ເມືອງ, ພະແນກການອ້ອມຂ້າງ, ຄະນະຮັບຜິດຊອບຊຸກຍູ້ 3 ດີ, 5 ເປັນເຈົ້າ ຈາກສູນກາງ, ຄະນະບໍລິຫານງານ, ຄະນະຮາກຖານຂອງແມ່ຍິງ ແລະ ກຳມະບານ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນໄລຍະ 5 ປີຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ສູງ, ໄດ້ກຳນົດຈຸດສຸມໃຫ້ແກ່ການຈັດຕັ້ງປະຕິບັດແຕ່ລະໄລຍະ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂງຂັນໃຫ້ໄປຕາມທິດທາງແຜນການ, ສຸມໃສ່ກໍ່ສ້າງ ແລະ ພັດທະນາແມ່ຍິງ, ກຳມະບານ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນເຂັ້ມແຂງ, ປຸກລະດົມແມ່ຍິງ, ກຳມະບານ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາແມ່ຍິງ, ກຳມະບານ 2016-2020 ໃຫ້ບັນລຸ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບການພັດທະນາຄວາມສະເໝີພາບຍິງ-ຊາຍໃນສັງຄົມ, ສ້າງເງືອນໄຂໃຫ້ກຳມະບານ ໄດ້ປົກປ້ອງສິດຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ແລະ ເຮັດໃຫ້ທຸກອົງການມີໂອກາດເຂົ້າຮ່ວມ ໃນການເຄື່ອນໄຫວວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ທົ່ວແຂວງມີຍິງອາຍຸ 15 ປີຂຶ້ນໄປ 101.156 ຄົນ, ເປັນສະມາຊິກແມ່ຍິງທັງໝົດ 73.858 ຄົນ ກວມເອົາ 73%, ມີ 7 ສະຫະພັນແມ່ຍິງເມືອງ, 291 ບ້ານ, 91 ຮາກຖານ, 223 ໜ່ວຍ, 5 ຈຸ, ສາມາດຄັດເລືອກສະມາຊິກສະຫະພັນແມ່ຍິງທີ່ເປັນພົນລະເມືອງດີ ໄດ້ 65.194 ຄົນ, ພັດທະນາດີ 61.282 ຄົນ ແລະ ສ້າງໄດ້ຄອບຄົວດີ 54.763 ຄອບຄົວ ແລະ ມີສະມາຊິກກຳມະບານ 9.282 ສະຫາຍ, ຍິງ 4.213 ສະຫາຍ, ມີ 7 ສະຫະພັນກຳມະບານເມືອງ, 4 ສະຫະພັນກຳມະບານພະແນກ, 47 ກຳມະບານຮາກຖານຂຶ້ນກັບແຂວງ, 236 ຮາກຖານ ແລະ 116 ໜ່ວຍຂຶ້ນກັບເມືອງ, ຜ່ານການປະເມີນກວດກາຂໍ້ແຂງຂັນ 5 ເປັນເຈົ້າ ກໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ ຄື: ເປັນເຈົ້າສຶກສາອົບຮົມການເມືອງ-ແນວຄິດ ມາດຖານນີ້ສາມາດຈັດຕັ້ງປະຕິບັດໄດ້ 95%, ເປັນເຈົ້າໃນການປັບປຸງແບບແຜນການນຳພາ ແລະ ຂະຫຍາຍການຈັດຕັ້ງກຳມະບານ ປະຕິບັດໄດ້ 94%, ເປັນເຈົ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ປະຕິບັດໄດ້ 95%, ເປັນເຈົ້າເຂົ້າຮ່ວມໃນການຕິດຕາມ, ກວດກາ, ຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ, ວັດທະນະທຳສັງຄົມ ປະຕິບັດໄດ້ 95% ແລະ ເປັນເຈົ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ ປະຕິບັດໄດ້ 95%.

ຫຼັງຈາກນັ້ນກໍ່ໄດ້ມີພິທີມອບໃບຢັ້ງຢືນ ສູນກາງສະຫະພັນແມ່ຍິງລາວ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ອັນດັບທີ 5 ໃຫ້ສະຫະພັນແມ່ຍິງແຂວງບໍລິຄຳໄຊ ໃຫ້ກຽດມອບໂດຍສະຫາຍ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ແລະ ຮັບໂດຍ ສະຫາຍ ນາງ ຄຳປີວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ ແລະ ພິທີມອບທຸງໄຊແຂ່ງຂັນ 5 ເປັນເຈົ້າ ແລະ ປະດັບຫຼຽນກາກຳມະບານ ໃຫ້ສະຫະພັນກຳມະບານແຂວງບໍລິຄຳໄຊ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ສະໄໝທີ VII ຂອງສະຫະພັນກຳມະບານລາວ ໃຫ້ກຽດມອບ ແລະ ປະດັບຫຼຽນໂດຍ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ຮັບໂດຍ ສະຫາຍ ດຳລົງ ທັບລາດ ປະທານສະຫະພັນກຳມະບານແຂວງບໍລິຄຳໄຊ.

ໃນພິທີ ຄະນະປະທານຍັງໄດ້ໃຫ້ກຽດຕັດແຖບຜ້າ ແລະ ເປີດປ້າຍພິທີປະກາດແຂວງບໍລິຄຳໄຊ ເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ ພ້ອມດຽວກັນນັ້ນ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ຍັງໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ເພື່ອປະກາດແຂວງບໍລິຄຳໄຊ ເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ ຢ່າງເປັນທາງການ.

ເນື່ອງໃນໂອກາດປະກາດແຂວງບໍລິຄຳໄຊ ເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບານ 5 ເປັນເຈົ້າ ສະຫະພັນແມ່ຍິງ ແລະ ສະຫະພັນກຳມະບານແຂວງບໍລິຄຳໄຊ ຮ່ວມກັບອົງການກາແດງແຂວງ ໄດ້ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ໂດຍມີຜູ້ສະມັກໃຈປະກອບສ່ວນບໍລິຈາກເລືອດ ທັງໝົດ 18 ຄົນ, ຍິງ 10 ຄົນ.

About admins14