ໄຊຈໍາພອນ ປາຖະກະຖາມູນເຊື້ອ ວັນແມ່ຍິງລາວ ຄົບຮອບ 65 ປີ

ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2020 ຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງເມືອງໄຊຈຳພອນ ຫ້ອງການສະຫະພັນແມ່ຍິງເມືອງ ໄດ້ຈັດປະຖາກະຖາເລົ່າມູນເຊື້ອ ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 111 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2020 ) ໃຫ້ກຽດປາຖະກະຖາໂດຍ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ພະນັກງານລັດຖະກອນ, ກໍາລັງ ປກຊ-ປກຊ ແລະ ສະມາຊິກສະຫະພັນແມ່ຍິງທົ່ວເມືອງເຂົ້າຮ່ວມຮັບຟັງ.

ທ່ານ ອຸດົມ ໄຊຍວນຕາ ໄດ້ຍົກໃຫ້ເຫັນ ປະຫວັດການກໍາເນີດ ແລະ ເຕີບໃຫ່ຍຂະຫາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນຕໍ່ສູ້ປະຕິວັດ ທີ່ເລັ່ງທວງໃຫ້ປະຕິບັດເສລີພາບ ຄວາມສະເໜີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ ເສດຖະກິດ ແລະ ວັດທະນະທໍາ-ສັງຄົມເທື່ອລະກ້າວ, ອົງການຈັດຕັ້ງເເມ່ຍິງຂັ້ນຮາກຖານຈຶ່ງໄດ້ເລີ່ມເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງໜ່ວຍເເມ່ຍິງນັກຮົບຢູ່ຊົນນະບົດ, ໜ່ວຍຍຸວັນນະລີຢູ່ຕາມຕົວເມືອງ ການຈັດຕັ້ງໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງ, ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ປະກາດສ້າງຕັ້ງອົງການສະຫະພັນແມ່ຍິງລາວຂຶ້ນຢ່າງເປັນທາງການ, ມາຮອດປະຈຸບັນ ເເມ່ນໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ບ້ານເມືອງໃຫ້ຈະເລີນຮຸ່ງເຮືອງຢ່າງເປັນກ້າວໆ.

ໂອກາດດັ່ງກ່າວ ທ່ານປະທານຍັງຍົກໃຫ້ເຫັນຜົນງານ ແລະ ໄຊຊະນະການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນເເມ່ຍິງເມືອງໄຊຈໍາພອນ ໃນໄລຍະ 01 ປີຜ່ານມາ ເຊິ່ງມາຮອດປະຈຸບັນທົ່ວເມືອງມີສະມະຊິກເເມ່ຍິງທັງໜົດ 1.181 ຄົນ ປະກອບມີ 04 ຮາກຖານ ມີ 17 ໜ່ວຍອ້ອມຂ້າງເມືອງ ແລະ ສະຫະພັນເເມ່ຍິງບ້ານ 17 ບ້ານ ມີ 06 ໜ່ວຍຂຶ້ນກັບ, ໃນໄລຍະຜ່ານມາ ເເມ່ນໄດ້ເຄື່ອນໄຫວຕາມສິດ, ພາລະບົດບາດ, ໜ້າທີ່ຂອງຕົນ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງ ເເຕ່ລະຂັ້ນ ເເຕ່ລະສະໄໝ ເເມ່ນໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊືມເເນວທາງນະໂຍບາຍຂອງພັກ, ລະບຽບກົດໜາຍຂອງລັດ, ນິຕິກໍາຕ່າງໆຂອງສະຫະພັນເເມ່ຍິງເມືອງ ລົງສູ່ຮາກຖານບ້ານຢ່າງທົ່ວເຖິງ ຊຸກຍູ້ສົ່ງເສີມຂະບວນການຜະລິດເປັນສິນຄ້າເພື່ອແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ ໃນນີ້ ໄດ້ຫັນເອົາເອົາບົດບາດຂອງແມ່ຍິງ ເຂົ້າໃສ່ທຸກຂົງເຂດວຽກງານ ເຮັດໃຫ້ແມ່ຍິງລາວ ໄດ້ຮັບການປະຕິບັດສິດສະເໝີພາບລະຫວ່າງຍິງ – ຊາຍນັບມື້ກ້ວາງຂວາງ ອັນໄດ້ເຮັດໃຫ້ແມ່ຍິງໄດ້ຮັບການຍົກສູງບົດບາດໃຫ້ສູງຂຶ້ນໃນເວທີການເມືອງ ແລະ ສັງຄົມ.

        ທ່ານ ອຸດົມ ໄຊນວນຕາ ຍັງໄດ້ເລົ່າປະຫວັດຫຍໍ້ການເຄື່ອນໄຫວປະຕິວັດ ແລະ ບົດຮຽນການຊີ້ນຳ ນຳພາ ຂອງທ່ານປະທານສຸພານຸວົງ ຜູ້ນຳປະຕິວັດຂອງປວງຊົນລາວວ່າ: ທ່ານ ແມ່ນນັກປະຕິວັດ ທີ່ໄດ້ສະຫລະ ແລະ ອຸທິດເລືອດເນື້ອເພື່ອການປະຕໍ່ສູ້ເພື່ອປົດປ່ອຍຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ທັງເກົ່າ ແລະ ໃໝ່ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມເອກະລາດຂອງຊາດ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ, ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນຫລາຍໆບົດຮຽນ ທີ່ພະນັກງານ ນັກສ້າງສາພັດທະນາ ໃນຍຸກປະຈຸບັນ ຕ້ອງໄດ້ຮ່ຳຮຽນເອົາເປັນແບບຢ່າງ, ທັງນີ້ ກໍ່ເພື່ອໃຫ້ອະນຸຊົນລຸ່ນລູກ ລຸ່ນຫລາຍ ແລະ ພະນັກງານລຸ່ນສືບທອດ ເຫັນໄດ້ຄວາມເປັນແບບຢ່າງທີ່ໜ້ານັບຖື ຂອງບັນພະບູລຸດ ທີ່ຕ້ອງໄດ້ຈົດຈຳ ແລະ ນຳມາເປັນບົດຮຽນອັນລ້ຳຄ່າ ຈົນຊົ່ວກາລະນານ.

About admins16