ກະຊວງປ້ອງກັນປະເທດ ມອບເຄື່ອງຈັກກົດລັບລຸ່ນໃໝ່ ໃຫ້ກອງພັນໃຫຍ່ 642


ໃນວັນທີ 10 ກໍລະກົດ ປີ 2020 ກອງພັນໃຫຍ່ 642 ໄດ້ຈັດພິທີ ມອບ-ຮັບ ເຄື່ອງຈັກກົດລັບ VLE-15 ແລະ ATLIX-16 ລະຫວ່າງ ກົມກົດລັບ ກະຊວງປ້ອງກັນປະເທດ ກັບ ກອງພັນໃຫຍ່ 642 ໂດຍການກ່າວມອບຂອງທ່ານ ພັນໂທ ບຸນສະຫຼອງ ວິໄລຫານ ຫົວໜ້າພະແນກຈັດຕັ້ງ ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ກ່າວຮັບໂດຍ ທ່ານ ພັນໂທ ຄໍາໃສ ແພງຄູນ ຫົວໜ້າການເມືອງກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ພ້ອມດ້ວຍພະນັກງານວິສະເພາະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

         ການນຳເຄື່ອງຈັກກົດລັບມາມອບນີ້ ກໍ່ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນທັນສະໄໝ ໃຫ້ກັບວຽກງານປ້ອງກັນຊາດ ເພື່ອຮັບມືກັບຄວາມຮຽກຮ້ອງຂອງໜ້າທີ່ໃນໄລຍະໃໝ່ ພ້ອມດຽວກັນນີ້ ກໍໄດ້ຮັບຊົມເຕັກນິກ ແລະ ຄຳແນະນຳດ້ານວິຊາການ ການນໍາໃຊ້ເຄື່ອງຈັກກົດລັບທັງສອງລະບົບອີກດ້ວຍ.

About admin11