ຄະນະຊຸກຍູ້ກອງປະຊຸມໃຫຍ່ຂອງພັກຂັ້ນສູນກາງ ລົງເຄື່ອນໄຫວເຮັດວຽກແຂວງບໍລິຄໍາໄຊ

ໃນວັນທີ 27 ມິຖຸນາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ຄະນະວິຊາການຫ້ອງວ່າການສູນກາງພັກ ນຳໂດຍ ທ່ານ ຈັນທະບູນ ລັດຕະນະວົງ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ທັງເປັນຫົວໜ້າຄະນະຊຸກຍູ້ກອງປະຊຸມໃຫຍ່ຂອງພັກຂັ້ນສູນກາງ ໄດ້ມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ ເປັນກຽດຕ້ອນຮັບໂດຍ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນຫົວໜ້າຄະນະອະນຸກຳມະການເນື້ອໃນຂັ້ນແຂວງ ພ້ອມດ້ວຍຄະນະ.

 ທ່ານ ບຸນມາ ບຸຈະເລີນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ເພື່ອກະກຽມດໍາເນີນ ກອງປະຊຸມໃຫຍ່ຂອງພັກ 3 ຂັ້ນ ທົ່ວແຂວງບໍລິຄໍາໄຊ ໃຫ້ຄະນະຮັບຜິດຊອບຂັ້ນສູນກາງໃຫ້ຮູ້ວ່າ: ຄະນະພັກທຸກຂັ້ນໄດ້ສຸມໃສ່ ເຜີຍແຜ່ເຊື່ອມຊຶມເອກະສານ ສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍສີ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ ໄດ້ເນັ້ນໃສ່ ເອກະສານເສີມຂະຫຍາຍມູນເຊື້ອ ແລະ ຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຜົນຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ສໍາລັບພະນັກງານທົ່ວໄປ ແລະ ປະຊາຊົນແມ່ນໄດ້ເນັ້ນໃສ່ການເສີມຂະຫຍາຍມູນເຊື້ອຂອງຊາດລາວ, ຄົນລາວ, ສັງຄົມມີຄວາມສາມັກຄີປອງດອງ ແມ່ນບໍ່ເກີດແຫ່ງກໍາລັງແຮງ ຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ການແກ້ໄຂຄວາມທຸກຍາກ.

ຜ່ານການປະຕິບັດຕົວຈິງ ສາມາດຈັດຕັ້ງເຜີຍແຜ່ເຊື່ອມຊຶມ ເນື້ອໃນເອກະສານມະຕິ, ຄໍາສັ່ງຂອງພັກ ແລະ ຂອງລັດຖະບານ ເຂົ້າໃນການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ເຊື່ອມຊຶມ ໄດ້ທັງໝົດ 155 ຄັ້ງ, ມີຜູ້ເຂົ້າຮ່ວມ 20.665 ສະຫາຍ, ຍິງ 6.953 ສະຫາຍ, ຂັ້ນແຂວງ ໄດ້ 83 ຄັ້ງ, ມີຜູ້ເຂົ້າຮ່ວມ 8.300 ສະຫາຍ, ຍິງ 3.100 ສະຫາຍ ແລະ ຂັ້ນເມືອງ ໄດ້ 72 ຄັ້ງ, ມີຜູ້ເຂົ້າຮ່ວມ 12.365 ສະຫາຍ, ຍິງ 3.853 ສະຫາຍ. ນອກຈາກນັ້ນ ຍັງໄດ້ຮັບຟັງລາຍງານກ່ຽວກັບ ວຽກງານການກະກຽມດໍາເນີນ ກອງປະຊຸມໃຫຍ່ອົງຄະນະພັກ-ຮາກຖານພັກ ທົ່ວແຂວງບໍລິຄໍາໄຊ ເປັນຕົ້ນແມ່ນວິທີ ແລະ ຂັ້ນຕອນ ຈັດຕັ້ງປະຕິບັດ, ຜົນສໍາເລັດກອງປະຊຸມໃຫຍ່ອົງຄະນະພັກເມືອງ, ອົງຄະນະພັກກອງບັນຊາການ ປກຊ-ປກສ ແຂວງ ແລະ ຮາກຖານພັກ, ກົນໄກແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ, ດ້ານການຜະລິດ ແລະ ວຽກງານອື່ນໆ.

ໃນໂອກາດທີ່ລົງມາເຄື່ອນໄຫວເຮັດວຽກຄັ້ງນີ້ ຄະນະວິຊາການຫ້ອງວ່າການສູນກາງພັກ ຍັງໄດ້ໄປຢຽມຊົມ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ທີ່ບ້ານໂພນໄຊເໜືອ ເມືອງປາກຊັນ. ຫຼັງຈາກນັ້ນກໍ່ໄດ້ເດີນທາງໄປ ສະຖານີບໍລິການເຕັກນິກກະສິກຳ ແລະ ປ່າໄມ້ ໂພນມ່ວງ ຢູ່ບ້ານສາມັກຄີໄຊ ເມືອງທ່າພະບາດ ທີ່ໄດ້ມີການທົດລອງຫຼາຍດ້ານຄື: ປູກເຂົ້າ, ໝາກອຶ, ລ້ຽງກຸ້ງລອດເຕີ່ ແລະ ລຽງຫອຍໄຂ່ມຸກ, ຟາມລ້ຽງງົວຂຸນ ຂອງນາງ ສຸກສະໝອນ ປ້ອມຄຳແສນ ຢູ່ບ້ານສາມັກຄີໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ.

 

About admins14