ສ້າງຕັ້ງ 2 ໜ່ວຍພັກ ຂຶ້ນກັບຮາກຖານພັກສຶກສາທິການ – ກິລາເມືອງວຽງທອງ


ໃນວັນທີ 10 ກໍລະກົດ 2020 ຢູ່ໂຮງຮຽນ ມໍຕົ້ນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສ້າງຕັ້ງໜ່ວຍພັກ ມໍຕົ້ນ ແລະ ໜ່ວຍພັກປະຖົມ-ອະນຸບານ ຫ້ວຍຫອຍ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າຄະນະຈັດຕັ້ງເມືອງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ສະມາຊິກພັກພາຍໃນແຕ່ລະໜ່ວຍພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

 


ໃນພິທີ ສະຫາຍ ໄມຟອງ ສີວິໄລພອນ ໄດ້ໃຫ້ກຽດຜ່ານຂໍ້ຕົກລົງຂອງ ຄະນະປະຈໍາພັກເມືອງວຽງທອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກ ໂຮງຮຽນມັດທະຍົມຕອນຕົ້ນ ຫ້ວຍຫອຍ ແລະ ໜ່ວຍພັກ ໂຮງຮຽນ ປະຖົມ-ອະນຸບານຫ້ວຍຫອຍ ຂຶ້ນກັບຄະນະພັກຮາກຖານສຶກສາທິການ ແລະ ກິລາເມືອງ. ພ້ອມທັງຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາໜ່ວຍພັກ ທັງສອງໜ່ວຍພັກ ໂດຍຄະນະປະຈໍາພັກເມືອງວຽງທອງຕົກລົງແຕ່ງຕັ້ງຄະນະໜ່ວຍພັກ ໂຮງຮຽນ ມຕ ຫ້ວຍຫອຍ ຄື: ສະຫາຍ ສົມໃຈ ໄຊທິເດດ ເປັນເລຂາໜ່ວຍພັກ, ສະຫາຍ ສີໄພ ສີລິພັກ ເປັນຮອງເລຂາ, ສະຫາຍ ໄມສາຍ ລຽງສະຫວັນ ເປັນຜູ້ກວດກາ ແລະ ແຕ່ງຕັ້ງຄະນະໜ່ວຍພັກໂຮງຮຽນປະຖົມ-ອະນຸບານຫ້ວຍຫອຍ ຄື: ສະຫາຍ ກອງສີ ສີພະໄຊ ເປັນເລຂາໜ່ວຍພັກ, ສະຫາຍ ອ່າງຄໍາ ໄຊຍະລາດ ເປັນຮອງເລຂາ, ສະຫາຍ ໂພນໄຊ ແກ້ວວົງວິຈິດ  ເປັນຜູ້ກວດກາ.

About admin11