ການນຳເມືອງວຽງທອງ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ

 

     ດ້ວຍຄວາມເປັນຫ່ວງເປັນໄຍຈາກການນໍາພັກ-ລັດຂອງເມືອງ, ເພື່ອບັນເທົາທຸກໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍໄຟໄໝ້ເຮືອນ ໃນແລງວັນທີ 6 ກໍລະກົດ 2020 ການນຳຂອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ນຳໂດຍທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ພ້ອມດ້ວຍອຳນາດການປົກຄອງບ້ານ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜື່ງ ເປັນຕົ້ນແມ່ນ: ເຂົ້າສານ 50 ກິໂລ, ຊາມ, ຄຸ, ໝໍ້, ໄຂ່, ໝີ່, ປາກະປ້ອງ, ສັງກະສີ, ເຫຼັກຕະປູ ແລະ ເຄື່ອງໄຊ້ຄົວເຮືອນຈຳນວນໜື່ງ ລວມມູນຄ່າທັງໝົດ 3,635,000 ກີບ ໄປມອບໃຫ້ຄອບຄົວທ້າວ ກ້າວ່າງ ທີ່ໄດ້ຮັບຜົນເສຍຫາຍຈາກອັກຄີໄພ ເຊີ່ງໃນຄອບຄົວມີຈໍານວນຄົນ 10 ຄົນ ຢູ່ຮ່ວມກັນ.

     ເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ແມ່ນການຊ່ວຍເຫຼືອຈາກກອງທຶນ 1 ດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ຜູ້ປະກອບການ ແລະ ສັງຄົມ ທີ່ໄດ້ຮ່ວມຈິດຮ່ວມໃຈກັນ ເພື່ອຊ່ວຍເຫລືອພີ່ນ້ອງຮ່ວມຊາດ ໃນຍາມຄັບຂັນ ທັງເປັນການບັນເທົາທຸກໃນເບື້ອງຕົ້ນ ໂດຍຊ່ອງໜ້າບັນດາພາກສ່ວກທີ່ກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານເປັນສັກຄີພະຍານ.

About admin11