ທາບທາມບຸກຄະລະກອນ ແລະ ຜ່ານຮ່າງບົດລາຍງານການເມືອງ ກອງປະຊູມໃຫຍ່ອົງຄະນະພັກແຂວງ.

ກອງປະຊຸມການຜ່ານຮ່າງເນື້ອໃນ ແລະ ທາບທາມບຸກຄະລາກອນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີຄະນະບໍລິຫານງານພັກແຂວງ, ເລຂາຄະນະພັກຮາກຖານ, ການນຳພະແນກການອ້ອມຂ້າງເຂົ້າຮ່ວມ.

ຕະຫຼອດໄລຍະຜ່ານມາ ອະນຸກຳມະການເນື້ອໃນຂອງແຂວງ ໄດ້ພ້ອມກັນຫ້າງຫາກະກຽມຄວາມພ້ອມດ້ານເນື້ອໃນ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ເຊິ່ງສະແດງໃຫ້ເຫັນດ້ານຄວາມຄືບໜ້າຄື: ໄດ້ສັງລວມເນື້ອໃນຮ່າງລາຍງານການເມືອງ ແລະ ຮ່າງແຜນກພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 5 ຂອງແຂວງ ແລະ ໄດ້ອອກແຈ້ງການຈັດສົ່ງເອກະສານໃຫ້ພະແນກການ, ຫ້ອງການ, ບັນດາເມືອງ ປະກອບຄຳເຫັນສຳເລັດໃນກາງເດືອນພຶດສະພາ 2020 ພ້ອມທັງນຳເຂົ້າຜ່ານກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ 15 ແລະ 16 ໄດ້ນຳເອົາເນື້ອໃນຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 5 ລົງຜ່ານກອງປະຊຸມສຳມະນາໃນ 7 ເມືອງສຳເລັດ.

ເພື່ອເຮັດໃຫ້ການຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ທ່ານປະທານ ຍັງໄດ້ເນັ້ນໃຫ້ແຕ່ລະຂົງເຂດຕີລາຄາຜົນສຳເລັດວຽກງານທີ່ຕົນເອງຮັບຜິດຊອບ ໃຫ້ຖືກຕ້ອງຄົບຖ້ວນ ໃຫ້ຖືກຕ້ອງກັບຄວາມເປັນຈິງ, ການຕີລາຄາດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ ຜ່ານພຶດຕິກຳຕົວຈິງ ແລະ ບົດຮຽນທີ່ຖອດຖອນໄດ້, ຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ( 2021-2025 ) ແມ່ນຍັງສືບຕໍ່ປະຕິບັດຕາມແຜນຍຸດທະສາດການພັດທະນາແຂວງບໍລິຄຳໄຊທີ່ກຳນົດໄວ້ ຮອດປີ 2025 ເພື່ອສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ຕາມທ່າແຮງທີ່ມີຢ່າງເຕັມພາກສ່ວນ ຕາມວິໄສທັດ ສ້າງແຂວງບໍລິຄຳໄຊ ເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ ຕິດພັນກັບການດຳລົງຊີວິດໃໝ່ທີ່ກ້າວໜ້າ ເປັນຕົ້ນ ການຫັນປ່ຽນແນວຄິດເຮັດການຜະລິດກຸ້ມຕົນເອງ ແລະ ກາຍເປັນສິນຄ້າທີ່ຍືນຍົງ.

ຈາກນັ້ນ ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັດແຂວງ ສະໄໝທີ VI ແລະ ປ່ອນບັດທາບທາມບຸກຄະລາກອນຮອບທີ 2.

About admins16