3 ເດືອນ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ມີຫຼາຍວຽກພົ້ນເດັ່ນ


ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາ ປະຈໍາໄຕມາດ II ແລະ ທິດທາງແຜນການປະຈໍາໄຕມາດ III ປີ 2020 ຂອງຄະນະພັກຮາກຖານຫ້ອງຄຸມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ບໍລິຄຳໄຊ, ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ໂດຍການເປັນປະທານ ຂອງສະຫາຍ ພັທ ໄຊຍະສຸກ ຫຼຽນຕະກຸນ ຄະນະພັກກອງບັນຊາການ, ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັອ ກົງຈັນ ໄຊປັນຍາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຮາກຖານພັກອ້ອມຂ້າງ, ມີເລຂາ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

     ໃນໄລຍະ 3 ເດືອນຜ່ານມາ ວຽກງານຄຸ້ມຄອງສຳມະໂນຄົວຍົກຍ້າຍຖີ່ນຖານ ແມ່ນໄດ້ເອົາໃຈໃສ່ຄຸ້ມຄອງກວດກາເອກະສານຍົກຍ້າຍຂອງພົນລະເມືອງ, ຄຸ້ມຄອງກວດກາ ແລະ ອອກເອກະສານອອກໃຫ້ບຸກຄົນ ແລະ ປກສ ເມືອງ ໄດ້ 02 ຄັ້ງຄື: ປື້ມສຳມະໂນຄົວ, ປື້ມປະຫວັດບຸກຄົນ, ປື້ມບັນທຶກແຈ້ງຄົນມີໜ້າໃນຄອບຄົວ ແລະ ນອກຄອບຄົວ, ປື້ມພັກເຊົາຊົ່ວຄາວ 600 ຫົວ, ໃບຄຳ ຮ້ອງຂໍຈົດທະບຽນສຳມະໂນຄົວ, ໃບຢັ້ງຢືນຮັບເອົາພົນລະເມືອງ, ໃບຄຳຮ້ອງຂໍຍົກຍ້າຍພົນລະເມືອງ, ເອກະສານຍົກຍ້າຍເຂົ້າ-ອອກຈາກຕ່າງເມືອງ, ຕ່າງແຂວງ ເປັນລາຍບຸກຄົນ ແລະ ເປັນຄອບຄົວ, ວຽກງານ ປກສ ກຸ່ມ – ປກສ ບ້ານ ໄດ້ເຄື່ອນໄຫວເກັບກໍາສະພາບຕ່າງໆ.

About admin11