“ນ້ຳຕົກຕາດວັງຮອຍ” ແຫຼ່ງທ່ອງທ່ຽວແຫ່ງໃໝ່ ທີ່ໜ້າສົນໃຈຂອງທ່າພະບາດ

ທ່າພະບາດເປັນເມືອງໜຶ່ງຂອງແຂວງບໍລິຄຳໄຊ ທີ່ມີຊື່ສຽງທາງດ້ານແຫຼ່ງທ່ອງທຽວທຳມະຊາດ ແລະ ວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເປັນຕົ້ນແມ່ນການມາໄຫວ້ຮອຍພະບາດໃຫຍ່ “ວັດພະບາດ” ທີ່ໄດ້ຂຶ້ນທະບຽນເປັນມໍລະດົກທາງດ້ານວັດທະນະທຳແຫ່ງທຳອິດຂອງແຂວງ, ເຂົ້າທ່ຽວຊົມວັດໂພນສັນ ດິນແດນແຫ່ງຕຳນານບັ້ງໄຟພະຍານາກ ນອກນັ້ນ ຍັງມີຕາດເລິກ, ຕາດຊາຍ, ຕາດຍອງ… ແຫຼ່ງທ່ອງທ່ຽວທີ່ສວຍງາມທາງທຳມະຊາດປ່າສະຫງວນພູເຂົາຄວາຍ ທີ່ຍັງຄົງມີຄວາມອຸດົມສົມບູນຂອງປ່າໄມ້ ແລະ ຊີວະນາໆພັນ.

“ນໍ້າຕົກຕາດ ວັງຮອຍ” ເປັນແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດອີກແຫ່ງໜຶ່ງ ຕັ້ງຢູ່ເຂດບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫ່າງຈາກເທດສະບານເມືອງ ໄປຕາມທາງ 13 ໄຕ້ ຫານະຄອນຫລວງວຽງຈັນ ປະມານ 26 ກິໂລແມັດ ແລ້ວລ້ຽວຂວາ ເຂົ້າຕາມທາງຕັດໃໝ່ໄປທາງບ້ານເກີນ ປະມານ 2 ກິໂລແມັດ ແລ້ວລ້ຽວຂວາອີກເທື່ອໜຶ່ງ ເຂົ້າໄປອີກປະມານ 1 ກິໂລແມັດ ກໍ່ຈະເຖີງແຫຼ່ງທ່ອງທຽວນໍ້າຕົກຕາດວັງຮອຍ. ແຫຼ່ງທ່ອງທ່ຽວແຫ່ງນີ້ ມີຄວາມໂດດເດັ່ນສະເພາະຄື ເປັນນ້ຳຕົກຕາດທີ່ບໍ່ສູງ ແລະ ບໍ່ຊັນປານໃດ ມີສາຍນໍ້າໃສສີມໍລະກົດໄຫຼຢູ່ເທິງພະລານຫີນ ທີ່ຍາວໄປຕາມລຳນ້ຳປະມານ 1 ກິໂລແມັດ ແລະ ມີໂງ່ນຫິນນ້ອຍໃຫຍ່ ລຽງລາຍກັນຢູ່ຢ່າງສວຍງາມ ພ້ອມທັງຖືກອ້ອມຮອບດ້ວຍຕົ້ນໄມ້ໃຫຍ່ ຂຽວອຸ່ມທຸ່ມຢູ່ສອງຝາກຝັ່ງ ທີ່ມີຄວາມສວຍງາມ, ອຸດົມສົມບູນຂອງຜືນປ່າ ແລະ ພືດພັນນາໆຊະນິດ.

ເມື່ອທຸກທ່ານເຂົ້າມາທ່ຽວຊົມນ້ຳຕົກຕາດວັງຮອຍແລ້ວ ຖ້າທ່ານມີຄວາມສົນໃຈທາງດ້ານວັດທະນະທຳ-ຮີດຄອງປະເພນີ ທ່ານຍັງສາມາດໄປກາບນະມັດສະການ “ຮອຍພະບາດ” ຢູ່ທີ່ວັດວັງຮອຍ ຫ້ວຍຄາວ ທີ່ຢູ່ຫາງຈາກນຳ້ຕົກຕາດ 1 ກິໂລແມັດ ວັດແຫ່ງນີ້ຖືກອອ້ມຮອບດ້ວຍປ່າໄມ້ ແລະ ຢູ່ຕິດກັບຫ້ວຍຄາວ ເຮັດໃຫ້ຜູ້ທີ່ເຂົາມາທ່ຽວຊົມຮູ້ສຶກສະຫງົບ ແລະ ເພີດເພີນ ກັບຄວາມງາມຂອງທຳມະຊາດ ໄປພ້ອມໆກັນ.

“ນໍ້າຕົກຕາດ ວັງຮອຍ” ເໝາະກັບການທ່ອງທ່ຽວແບບຄອບຄົວ ຫຼື ເປັນໝູ່ຄະນະ ເພື່ອມາພັກຜ່ອນກິນເຂົ້າປ່າ, ເກັບຮູບພາບງາມໆ ແລ້ວລົງຫຼີ້ນນໍ້າທີ່ໃສສະອາດ ແລະ ເຢັນສະບາຍ ຮັບປະກັນຄວາມປອດໄພ ເພາະວ່າສາຍນໍ້າໄຫຼບໍ່ແຮງ ແລະ ບໍ່ເລິກປານໃດ ມີບ່ອນລົງຫຼີ້ນນ້ຳຕື້ນ ສຳລັບເດັກນ້ອຍ ແລະ ນ້ຳເລິກ ສຳລັບຜູ້ໃຫຍ່.

ນອກຈາກທຳມະຊາດທີ່ສວຍງາມແລ້ວ ແຫຼ່ງທ່ອງທ່ຽວແຫ່ງນີ້ ຍັງມີຮ້ານອາຫານ, ຫ້ອງນໍ້າສະອາດ, ສະຖານທີ່ຈອດລົດກວ້າງຂວາງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ໄວ້ຄອຍບໍລິການທຸກທ່ານທີ່ເຂົ້າມາທ່ຽວຊົມ. ໃນວັນພັກຜ່ອນ ຫຼື ງານເທດສະການຕ່າງໆ ຖ້າທ່ານຍັງບໍ່ມີແຜນການໄປທ່ຽວໃສ ຢ່າລືມລອງໄປທ່ຽວຊົມ “ນໍ້າຕົກຕາດ ວັງຮອຍ” ຮັບຮອງເລີຍວ່າທ່ານຈະບໍ່ຜິດຫວັງ ແລະ ຢາກກັບມາຢ້ຽມຊົມສະຖານທີ່ແຫ່ງນີ້ອີກຢ່າງແນ່ນອນ.

 

About admins14