ເປີດການສອບເສັງຈົບຊັ້ນ ມໍ4 ທົ່ວເມືອງໄຊຈຳພອນ ປະຈຳສົກຮຽນ 2019-2020

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມໍ4 ທົ່ວເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ປະຈໍາສົກຮຽນ 2019-2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 21 ກໍລະກົດ 2020 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ, ມີຄະນະກຳມະການ, ພະນັກງານຄູ-ອາຈານ, ຄະນະຮັບຜິດຊອບຂັ້ນເເຂວງ – ເມືອງ ພ້ອມດ້ວຍນ້ອງນັກຮຽນນັກສອບເສັງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານກົດລະບຽບຂອງການສອບເສັງ, ຈາກນັ້ນທ່ານ ເພັດສະໜອນ ເພັດວົງສັກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານການກະກຽມຄວາມພ້ອມການສອບເສັງຈົບຊັ້ນຄັ້ງນີ້ ວ່າ: ການສອບເສັງປະກອບມີ 04 ໂຮງຮຽນ: ມສ ໂພນສີ, ມສ ນ້ຳອ້ອນ, ມສ ນາແຈງ ແລະ ມສ ເມືອງຈຳ, ມີຈຳນວນນັກສອບເສັງທັງໝົດ 193 ຄົນ, ຍິງ 79 ຄົນ, ແບ່ງອອກເປັນ 9 ຫ້ອງ ແຕ່ລະຫ້ອງບັນຈຸນັກສອບເສັງ 21 – 22 ຄົນ. ການສອບເສັງແມ່ນເລີ່ມແຕ່ວັນທີ 22 – 24 ກໍລະກົດ 2020.

About admins16