ພະແນກ ປທສ ແຂວງບໍລິຄໍາໄຊ ຮ່ວມມືກັບ 3 ເຄື່ອຂ່າຍໂທລະຄົມ ຂຶ້ນທະບຽນຂໍ້ມູນຜູ້ໃຊ້ເບີໂທລະສັບຜ່ານແອັບ 3 ແກັບ

       ໃນວັນທີ 15 ກໍລະກົດ 2020 ຢູ່ທີ່ຫ້ອງວ່າການປົກຄອງເມືອງ ບໍລິຄັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີຂຶ້ນທະບຽນໃຫ້ຜູ້ຊົມໃຊ້ເລກໝາຍໂທລະສັບຜ່ານແອັບ 3 ແກັບ ເຊິ່ງເປັນລະບົບເກັບກຳຂໍ້ມູນຂອງຜູ້ຊົມໃຊ້ເລກໝາຍໂທລະສັບຂອງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍການເຂົ້າຮ່ວມຂອງ ທ່ານ ລັງສີ ແກ້ວວິເສດ ຫົວໜ້າພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງບໍລິຄຳໄຊ, ທ່ານ ໄມທອງ ແກ້ວວຽງຄຳ ຮອງເຈົ້າເມືອງບໍລິຄັນ, ມີພະນັກງານ ຈາກບໍລິສັດ ສະຕາ ໂທລະຄົມ (ຢູນິເທວ), ບໍລິສັດ ລາວໂທລະຄົມ ມະຫາຊົນ ແລະ ບໍລິສັດ ອີທີແອລ ຈຳກັດ ສາຂາແຂວງ ບໍລິຄຳໄຊ, ພ້ອມດ້ວຍບັນດາພະນັກງານ-ລັດຖະກອນ ຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ – ປກສ ເມືອງ ເຂົ້າຮ່ວມ.


ການປະຕິບັດການຂຶ້ນທະບຽນເລກໝາຍໂທສັບ ແມ່ນອີງໃສ່ຂໍ້ຕົກລົງ ສະບັບເລກທີ 2493/ປທສ, ລົງວັນທີ 11 ຕຸລາ 2019 ວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ. ເຊິ່ງບັນດາເລກໝາຍໂທລະສັບທີ່ຕ້ອງໄດ້ຂຶ້ນທະບຽນ ລວມມີ: ເບີລາຍເດືອນ, ເບີຕື່ມເງິນ, ໂທລະສັບຕັ້ງໂຕະແບບບໍ່ມີສາຍ, ເບີອິນເຕີເນັດ ແລະ ເລກໝາຍທີ່ນຳໃຊ້ໃນອຸປະກອນສື່ສານອື່ນໆ ແມ່ນຕ້ອງໄດ້ຂຶ້ນທະບຽນທັງໝົດ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ນຳໃຊ້ເລກໝາຍໂທລະສັບຂອງ ສປປ ລາວ ແມ່ນຕ້ອງໄດ້ຂຶ້ນທະບຽນ ແລະ ປະກອບເອກະສານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທຸກໆເຄື່ອຂ່າຍຈະຕ້ອງໄດ້ລົງທະບຽນລູກຄ້າໃຫ້ສຳເລັດພາຍໃນວັນທີ 31 ທັນວາ 2020 ນີ້.


ຈຸດປະສົງ ກໍ່ເພື່ອການຄຸ້ມຄອງ, ຕິດຕາມ ກວດກາຜູ້ໃຊ້ບໍລິການ, ຜູ້ໃຫ້ບໍລິການ ແລະ ຜູ້ຈຳໜ່າຍເລກໂທລະສັບ ເພື່ອເຮັດໃຫ້ການຂຶ້ນທະບຽນເລກໝາຍໂທລະສັບ ເຂົ້າໃນລະບົບຂໍ້ມູນໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ ແລະ ຊັດເຈນ ແນ່ໃສ່ຮັບປະກັນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ ແລະ ຮອງຮັບການນຳໃຊ້ເຂົ້າກັບລະບົບເຕັກໂນໂລຊີໃນຍຸກປະຈຸບັນ.

About admin11