6 ເດືອນຕົ້ນປີ ສະພາປະຊາຊົນແຂວງໄດ້ຮັບຄໍາຮ້ອງ 12 ເລື່ອງ

ໄລຍະຜ່ານມາຄະນະປະຈຳ, ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ປະຕິບັດຕາມສິດ, ພາລະບົດບາດ ແລະ ໜ້າທີ່ ເຮັດໃຫ້ຫຼາຍວຽກງານໄດ້ຮັບຜົນສຳເລັດ ທ່ານ ລົມ ແພງສຸກ ເລຂາທິການສະພາປະຊາຊົນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ I ໃນວັນທີ 16 ກໍລະກົດ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ.

ຄະນະປະຈຳ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ, ສະພາປະຊາຊົນແຂວງ ມາເປັນວຽກງານຈຸດສຸມ ເຮັດໃຫ້ຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ ເປັນຕົ້ນແມ່ນ ໄດ້ອອກມະຕິຮັບຮອງເອົານິຕິກຳຂອງແຂວງ ໄດ້ 1 ສະບັບ, ຈັດຕັ້ງການທາບທາມຮ່າງກົດໝາຍທີ່ສະພາແຫ່ງຊາດສົ່ງໃຫ້ 5 ສະບັບ ແລະ ນິຕິກຳໃຕ້ກົດໝາຍທີ່ນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ມີ 3 ສະບັບ, ປະກອບຄຳເຫັນຕໍ່ບັນຫາສຳຄັນຂອງທ້ອງຖິ່ນ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ແລະ ອອກເປັນມະຕິຮັບຮອງ ຈຳນວນ 7 ສະບັບ, ໄດ້ຮັບຄໍາຮ້ອງທຸກຂອງປະຊາຊົນທັງໝົດ 12 ເລື່ອງ, ຄ້າງມາແຕ່ປີ 2019 ຈໍານວນ 2 ເລື່ອງ ລວມທັງໝົດ 14 ເລື່ອງ, ໃນນີ້ເປັນຄໍາຮ້ອງຂໍຄວາມເປັນທໍາ 10 ເລື່ອງ, ຄໍາສະເໜີ 4 ເລື່ອງ ແລະ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ສໍາເລັດ 13 ເລື່ອງກໍາລັງຄົ້ນຄວ້າ 1 ເລື່ອງ, ໄດ້ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ 20 ຄັ້ງ, 36 ເທື່ອຄົນ, ລົງພົບປະພໍ່ແມ່ປະຊາຊົນ ແລະ ໂຄສະນາເຜີຍແຜ່ ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ໄດ້ 69 ຈຸດ ມີ 4 ສໍານັກເມືອງ, 3 ກົມກອງ ແລະ 62 ບ້ານ, ມີຄົນເຂົ້າຮ່ວມຮັບຟັງ 5.024 ຄົນ, ຍິງ 2.438 ຄົນ. ພ້ອມດຽວກັນວຽກງານການຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ, ວຽກງານຕິດຕາມກວດກາ ແລະ ອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ.

ສຳລັບມາດຕະການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2020 ທ່ານ ລົມ ແພງສຸກ ຍັງໄດ້ລາຍງານຕື່ມອີກວ່າ ຈະສືບຕໍ່ຊີ້ນຳ-ນຳພາ, ຊຸກຍູ້ ແລະ ຕິດຕາມກວດກາ ໃນການປະຕິບັດທິດທາງແຜນການ ຂອງສະພາປະຊາຊົນແຂວງ ໃຫ້ບັນລຸຕາມຄາດໝາຍ ເປັນຕົ້ນແມ່ນຈະຊຸກຍູ້ການສ້າງ ແລະ ປັບປຸງນິຕິກຳ, ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ລົງພົບປະພໍ່ແມ່ປະຊາຊົນ ແລະ ໂຄສະນາເຜີຍແຜ່ ນຳເອົາເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ແລະ ບັນດານິຕິກຳຕ່າງໆລົງໄປເຜີຍແຜ່ ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ໃຫ້ໄດ້ 50 ຈຸດຂຶ້ນໄປ.

About admins14