ບໍລິຄຳໄຊ ຈັດກິດຈະກຳອອກກຳລັງກາຍສະເຫຼີມສະຫຼອງວັນສຳຄັນຕ່າງໆຊາດ

     ກິດຈະກຳສະເຫຼີມສະຫຼອງວັນສຳຄັນຂອງຊາດ ໄດ້ຈັດຂຶ້ນໃນວັນທີ 17 ກໍລະກົດ 2020 ຢູ່ເດີ່ນກິລາເປຕັ່ງຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ມີການນຳຂອງແຂວງ, ເມືອງ, ພະນັກງານລັດຖະກອນ ຈາກພະແນກການອ້ອມຂ້າງ ແລະ ຕາງໜ້າຈາກລັດວິສາຫະກິດ-ຫ້າງຮ້ານ ເຂົ້າຮ່ວມ.

ພິທີໄດ້ເລີ່ມຂຶ້ນໃນເວລາ 5 ໂມງ 30 ນາທີ ໂດຍມີຈຸດປະສົງເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ ຄົບຮອບ 111 ປີ, ວັນກິລາກາຍຍະກຳແຫ່ງຊາດ ຄົບຮອບ 54 ປີ, ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ. ກິດຈະກຳໃນຄັ້ງນີ້ ມີແຂກຖືກເຊີນຈາກ 64 ພາກສ່ວນເຂົ້າຮ່ວມ, ພາຍໃນງານ ແມ່ນໄດ້ຮັບຊົມການຫັດກາຍ 25 ຈັງຫວະ ຈາກກຳລັງ ປກສ ແລະ ປກຊ, ຫຼັງຈາກນັ້ນ ກໍ່ໄດ້ມີການເຕັ້ນແອໂລບິກປະກອບສຽງເພງ ໂດຍການນຳພາຂອງທິມງານຄູຝຶກ ຈາກສູນອອກກຳລັງກາຍປາກຊັນຟິດເນັດ ທັງນີ້ກໍ່ເພື່ອເປັນການອອກກຳລັງກາຍເພື່ອສຸຂະພາບທີ່ດີ ແລະ ຍັງເປັນການເສີມສ້າງຄວາມສາມັກຄີແຕ່ລະພາກສ່ວນ ໃຫ້ມີຄວາມແໜ້ນແຟ້ນ.

About admins14