ບໍລິຄຳໄຊ ເປີດສອບເສັງຈົບຊັ້ນສາມັນສຶກສາສົງຕອນຕົ້ນ ສົກຮຽນ 2019-2020

ພິທີເປີດການສອບເສັງຈົບຊັ້ນສາມັນສຶກສາສົງຕອນຕົ້ນ (ມ.4) ສົກຮຽນ 2019-2020 ໄດ້ຈັດຂຶ້ນໃນວັນທີ 21 ກໍລະກົດ 2020 ຢູ່ໂຮງຮຽນສົງປາກຊັນໃຕ້ ວັດສັນຕິທັມອັມພາວັນ ເມືອງປາກຊັນ ໂດຍການເຂົ້າຮ່ວມຂອງ ພຣະອາຈາຣຍ໌ ຄຳປັນ ອິນທະວົງ ປະທານ ອສພ ແຂວງບໍລິຄຳໄຊ, ທ່ານ ບຸນຈັນ ໄຊສົມສຸກ ຕາງໜ້າຫ້ອງການກຳມາທິການສຶກສາສົງສູນກາງ ມີຄະນະກຳມະການສອບເສັງ, ຄູອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.

ພາຍໃນແຂວງບໍລິຄຳໄຊ ມີໂຮງຮຽນມັດທະຍົມສົງ 1 ແຫ່ງ ມີນັກສອບເສັງທີ່ຈະເສັງຈົບຊັ້ນມັດທະຍົມຕົ້ນ ມ.4 ຈຳນວນ 23 ອົງ ເຊິ່ງໃນສົກຮຽນ 2019-2020 ສູນແຫ່ງນີ້ແມ່ນຈະໄດ້ສອບເສັງແຕ່ວິຊາທາງພຸດທະສາດສະໜາທັງ 3 ວິຊາ ຄື: ວິຊາພາສາປາລີ ໃຊ້ເວລາ 120 ນາທີ, ວິຊາທັມມະ 90 ນາທີ ແລະ ວິຊາວິນັຍ 90 ນາທີ, ສ່ວນ 6 ວິຊານອກ ຄື: ວິຊາພາສາລາວ-ວັນນະຄະດີ, ສຶກສາພົນລະເມືອງ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ຄະນິດສາດ ແລະ ພາສາອັງກິດ ຈະໄດ້ສອບເສັງຮ່ວມກັບສູນສອບເສັງມັດທະຍົມຕົ້ນໂພສີ, ກຳນົດການສອບເສັງ ແມ່ນແຕ່ວັນທີ 21-24 ກໍລະກົດ 2020, ການກວດກາ ແລະ ສະຫຼຸບຜົນຂອງການສອບເສັງ ແມ່ນໃຫ້ສຳເລັດໃນອາທິດທີ 3 ຂອງເດືອນສິງຫາ 2020.

About admins14