ບໍລິຄຳໄຊເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ເລຂາພັກບ້ານ, ນາຍບ້ານ ທົ່ວແຂວງ

ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັນ ຮຸ່ນທີ XIII ໃຫ້ເລຂາພັກບ້ານ, ນາຍບ້ານ ພາຍໃນແຂວງ ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພູເຂົາເງິນ ອິນທະວົງ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ຄະນະໜ່ວຍພັກບ້ານ, ຄະນະບ້ານ ຈາກ 50 ບ້ານ ພາຍໃນ 7 ເມືອງທົ່ວແຂວງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງ ສະບັບເລກທີ 456/ຄປພ.ຂບຊ, ລົງວັນທີ 3 ກໍລະກົດ 2020 ວ່າດ້ວຍການອະນຸມັດເປີດຮຽນ ທິດສະດີການເມືອງ ລະບົບ 10 ວັນ ຮຸ່ນທີ 13 ໃຫ້ເລຂາພັກບ້ານ, ຄະນະພັກບ້ານ ປະຈຳປີ 2020 ຢູ່ໂຮງຮຽນການເມືອງ-ການປົກຄອງ ແລະ ຂໍ້ຕົກລົງຂອງເຈົ້າແຂວງບລິຄຳໄຊ ເລກທີ 376/ຂບຊ, ລົງວັນທີ 3 ກໍລະກົດ ວ່າດ້ວຍການອະນຸມັດໃຫ້ ຄະນະພັກບ້ານ-ຄະນະບ້ານ ເຂົ້າຝຶກອົບຮົມທິດສະດີການເມືອງ ລະບົບ 10 ວັນ ຮຸ່ນທີ 13 ຢູ່ໂຮງຮຽນການເມືອງ-ການປົກຄອງ ຈຳນວນ 50 ທ່ານ, ຍິງ 5 ທ່ານ. ພ້ອມດຽວກັນ ຍັງໄດ້ຮັບຟັງ ການລາຍງານກ່ຽວກັບການກະກຽມ ຈາກທ່ານ ຄຳພັນ ມູນຈັນມີໄຊ ຮອງອຳນວຍການໂຮງຮຽນການເມືອງ-ການປົກຄອງ ໂດຍທ່ານໄດ້ຍົກໃຫ້ເຫັນສະພາບລວມ, ເປົ້າໝາຍເຂົ້າຮ່ວມຝຶກອົບຮົມ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະ ອື່ນໆ, ຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນປະຕິບັດຕາມຫຼັກສູດທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 10 ວັນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດກຳນົດ ແລະ ມີ 9 ຫົວຂໍ້ວິທະຍາສາດຂອງແຂວງ ໂດຍຈະໄດ້ດຳເນີນການຮຽນ-ການສອນ ໃນ 3 ກຸ່ມວິຊາ ຊຶ່ງມີ 18 ບົດ ແລະ ຈະໃຊ້ເວລາທັງໝົດ 67 ຊົ່ວໂມງຈຶ່ງສຳເລັດ.

 

About admins14