ກອງພັນໃຫຍ່ 642 ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2020

ໃນວັນທີ 7 ກໍລະກົດ ປີ 2020 ກອງພັນໃຫຍ່ 642 ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2020 ຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັນເອກ ແສງທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ, ທ່ານ ພັນໂທ ຄໍາໃສ ແພງຄູນ ຮອງເຂລາຄະນະພັກ ຫົວໜ້າການເມືອງ, ມີພະນັກງານນຳພາຈາກ ພະແນກການ, ຂະແໜງການ ກົມກອງຂຶ້ນກັບ ເຂົ້າຮ່ວມ.

 


ກອງປະຊຸມ ໄດ້ຜ່ານບົດສະຫລຸບວຽກງານຮອບດ້ານປະຈຳ 6 ເດືອນ ຕົ້ນປີ 2020 ແລະ ຜ່ານທິດທາງແຜນການວຽກງານຮອບດ້ານ 6 ເດືອນທ້າຍປີ 2020 ຂອງກອງພັນໃຫຍ່ 642 ໃນບົດສະຫຼຸບໄດ້ຍົກໃຫ້ເຫັນຫຼາຍວຽກງານທີ່ພົ້ນເດັ່ນ ໂດຍການປິ່ນອ້ອມ 4 ແຜນງານໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະເທດວາງອອກ, ກົມກອງຕ່າງໆໄດ້ເອົາໃຈໃສ່ຕິດຕາມຄໍາສັ່ງຂອງຄະນະສະເພາະກິດຄວບຄຸມພະຍາດລະບາດສາຍພັນໃໝ່ ໂຄວິດ 19 ເປັນຕົ້ນແມ່ນການຕິດຕາມກວດກາວັດແທກອຸນຫະພູມຂອງພະນັກງານ-ນັກຮົບທີ່ເຂົ້າ-ອອກຄ້າຍເປັນປົກກະຕິ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ, ລ້າງມືດ້ວຍສະບູ ຫຼື ໃສ່ເຈວລ້າງມື ທຸກໆຄັ້ງ,  ວຽກງານການເມືອງ – ແນວຄິດ ກົມກອງໄດ້ຖືເປັນວຽກງານໜຶ່ງທີ່ຢືນຢູ່ໃນແຖວໜ້າ, ພະນັກງານນັກຮົບທີ່ຂຶ້ນກັບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ – ລັດຢ່າງຕາຍໃຈ, ປະຕິບັດນະໂຍບາຍຕໍ່ບັນດາພະນັກງານ-ນັກຮົບທີ່ເສຍຊີວິດ, ຄອບຄົວນາງ ໝ້າຍ, ເດັກກຳພ້າ ເປັນຈໍານວນເງິນ 80 ລ້ານກ່ວາກີບ, ຈ່າຍເງິນເສຍອົງຄະ ແລະ ເງິນປະສູດ ໃຫ້ພະນັກງານ-ນັກຮົບ ເປັນເງິນ 140 ລ້ານກ່ວາກີບ, ແຜ່ປັດໃຈຊ່ວຍພະນັກງານ-ນັກຮົບທີ່ເຈັບເປັນ ນອນປິ່ນປົວຢູ່ໂຮງກອງພັນໃຫຍ່ 642 ແລະ ໂຮງໝໍສູນກາງ 103 ມີ 3 ສະຫາຍ, ປະກາດຊັ້ນໃຫ້ພະນັກງານນັບແຕ່ ຊັ້ນຮ້ອຍຕີຮອດພັນເອກ ຈໍານວນ 131 ສະຫາຍ, ປະກອບເອກະສານໃຫ້ພະນັກງານພັກການຮັບບໍານານ 7 ສະຫາຍ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອຄອບຄົວອະນາຖາຢູ່ບ້ານແຄນຢ່ອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເປັນຈໍານວນເງິນ 1.237. 000 ກີບ, ວຽກງານເສນາທິການ ກົມກອງໄດ້ຖືເອົາວຽກງານກຽມພ້ອມສູ້ຮົບຕິດພັນກັບການອົບຮົມຫັດແອບສິນລະປະຍຸດ ຍຸດທະວິທີ ທະຫານຮາບ, ເຫຼົ່າຮົບວິຊາສະເພາະປ້ອງກັນອາກາດ ສາມາດຮັບປະກັນໄດ້ການສູ້ຮົບທາງດ້ານໜ້າດິນ ແລະ ອາກາດ ໃນເມື່ອມີສະພາບການ, ສໍາເລັດການອົບຮົມ-ຫັດແອບ ແລະ ອອກສະໜາມຍິງລູກປືນແທ້ໃຫ້ອ້າຍນ້ອງທະຫານໃໝ່ພັນທະ ປີ 2019, ວຽກງານພະລາທິການ-ເຕັກນິກ ໄດ້ນຳພາໃນການປູກ, ການລ້ຽງ, ຜ່ານມາ ເກັບກ່ຽວເຂົ້ານາແຊງ ໂດຍມີລາຍຮັບຄິດເປັນເງິນ 62 ລ້ານກ່ວາກີບ, ປູກພືດລົ້ມລຸກທຸກຊະນິດ ຄິດເປັນເງິນ 61 ລ້ານກວ່າກີບ, ລ້ຽງປາໄດ້ 2,500 ກິໂລ ເປັນເງິນ 55 ລ້ານກ່ວາກີບ, ຂາຍໝູ 24 ໂຕ ເປັນເງິນ 30 ລ້ານກ່ວາກີບ, ຂາຍເປັດ-ໄກ່ 5,195 ໂຕ ເປັນເງິນ 120 ລ້ານກ່ວາກີບ, ລ້ຽງໄກ່ພັນໄຂ່ ແລະ ເກັບໄຂ່ອອກຂາຍ ເປັນເງິນ 25 ລ້ານກ່ວາກີບ.

    ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນເງິນເດືອນ ໃຫ້ນາຍທະຫານຢູ່ກອງພັນໃຫຍ່ 642, ໃນນີ້ ໄດ້ຍົກຂັ້ນເງິນເດືອນຈາກ ຊັ້ນພັນໂທ ຂຶ້ນຮັບເງິນຊັ້ນ ພັນເອກ ຈໍານວນ 3 ທ່ານ ແລະ ຍົກຂັ້ນເງິນເດືອນ ຈາກຊັ້ນ ຮ້ອຍເອກ ຂຶ້ນຮັບຊັ້ນ ພັນຕີ ຈໍານວນ 1 ທ່ານ.

About admin11