ຮາກຖານກຳມະບານຫ້ອງວ່າການແຂວງ ເຊື່ອມຊຶມເນື້ອໃນກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງບໍລິຄຳໄຊ ຄັ້ງທີ VII

ໃນວັນທີ 24 ກໍລະກົດ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ຮາກຖານກຳມະບານຫ້ອງວ່າການແຂວງ ໄດ້ຈັດພິທີເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງບໍລິຄຳໄຊ ຄັ້ງທີ VII ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ຂັນແກ້ວ ວິໄລວັນ ປະທານຮາກຖານກຳມະບານຫ້ອງວ່າການ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພັນລອນ ແກ້ວວິເສດ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ ມີສະມາຊິກກຳມະບານພາຍໃນຮາກຖານ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ເນື້ອໃນກອງປະຊຸມໃຫຍ່ ຜູ້ແທນສະຫະພັນກຳມະບານແຂວງບໍລິຄຳໄຊ ຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໃນກອງປະຊຸມຄັ້ງນີ້ ໄດ້ຕີລາຄາເຖິງຜົນງານ ແລະ ໄຊຊະນະ ຂອງການນໍາພາ-ຊີ້ນຳ ໃນໄລຍະຜ່ານມາ ພ້ອມນີ້ຍັງໄດ້ເປັນເອກະສັນກັນຮັບຮອງເອົາເນື້ອໃນສຳຄັນ ໃນໄລຍະຜ່ານມາ ແລະ ໃນ 5 ປີຕໍ່ໜ້າ ຄື: ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມຜູ້ແທນສະຫະພັນກຳມະບານແຂວງ ຄັ້ງທີ VI ແລະ ທິດທາງແຜນການ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ແຕ່ປີ 2020-2024 ທີ່ຈະໄດ້ສຸມໃສ່ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການເພີ່ມທະວີ ຍົກລະດັບວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໃນທົ່ວແຂວງ, ສຸມໃສ່ປັບປຸງ ແລະ ຂະຫຍາຍການຈັດຕັ້ງກຳມະບານທຸກຂັ້ນ, ທຸກຂະແໜງການທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມເຂັ້ມແຂງ ທາງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນການຟົດຟື້ນ-ຕໍ່ເນື່ອງ ແລະ ອື່ນໆ.

ເພື່ອເປັນການຍັ້ງຢືນເຖິງຜົນງານ ແລະ ຜົນສຳເລັດ ໃນກອງປະຊຸມຍັງໄດ້ມີພິທີມອບໃບຍັ້ງຢືນກຳມະບານ 5 ເປັນເຈົ້າ ປະຈຳປີ 2019 ໃຫ້ຮາກຖານກຳມະບານຫ້ອງວ່າການແຂວງ ໃຫ້ກຽດມອບໂດຍ ສະຫາຍ ພັນລອນ ແກ້ວວິເສດ ແລະ ຮັບໂດຍ ສະຫາຍ ຂັນແກ້ວ ວິໄລວັນ, ພ້ອມດຽວກັນຍັງໄດ້ມອບ ໃບຍ້ອງຍໍຂອງປະທານສູນກາງສະຫະພັນກຳມະບານລາວ ໃຫ້ແກ່ສະມາຊິກກຳມະບານພາຍໃນຮາກຖານ ຈຳນວນ 70 ສະຫາຍ ທີ່ໄດ້ມີຜົນງານດີເດັນ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນກຳມະບານ 5 ເປັນເຈົ້າ.

About admins14