ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ຈັດກິດຈະກຳສອນນ້ອງສ້າງອອມ ຢູ່ ມ.ສ ສີທ່ານາໄຊ

ກິດຈະກຳ ໂຄງການສອນນ້ອງສ້າງອອມ ຄັ້ງທີ 3 ສົກ 2019-2020 ຂອງພາກວິຊາການເງິນ-ການທະນາຄານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 03 ກໍລະກົດ 2020 ຢູ່ສະໂມສອນຂອງໂຮງຮຽນ ມ.ສ ສີທ່ານາໄຊ ໂດຍການເຂົ້າຮ່ວມຂອງທ່ານ ຮ.ສ ນາງ ແສງຈັນ ຈັນທະເສນ ຮອງຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ຄຳພັນ ລາຊະຈັກ ຮອງຜູ້ອຳນວຍການໂຮງຮຽນ ມ.ສ ສີທ່ານາໄຊ, ມີຄະນະຄູອາຈານຈາກມະຫາວິທະຍາໄລແຫ່ງຊາດ-ໂຮງຮຽນ ມ.ສ ສີທ່ານາໄຊ, ນັກສຶກສາ ແລະ ນ້ອງນັກຮຽນພາຍໃນໂຮງຮຽນ ເຂົ້າຮ່ວມ.

ການຈັດກິດຈະກຳນີ້ແມ່ນເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບແຜນການເງິນສ່ວນບຸກຄົນ ໂດຍສະເພາະການປູກຝັງຈິດສຳນຶກໃນການອອມເງິນ ມຸ່ງເນັ້ນສ້າງຄວາມເຂົ້າໃຈເຖິງຜົນປະໂຫຍດຂອງການອອມ ແລະ ການນຳໃຊ້ເງິນຢ່າງມີປະສິດທິພາບໃນຊີວິດປະຈຳວັນ ທັງເປັນການຊອກຮູ້ປະສົບການໃໝ່ໆ ໃນການດຳເນີນກິດຈະກຳ ການໃຫ້ບໍລິການຊຸມຊົນ ໃຫ້ແກ່ນັກສຶກສາ ພາກວິຊາດັ່ງກ່າວ ເພື່ອເປັນແນວທາງໃນການຂຽນບົດຈົບຊັ້ນປະລິນຍາຕີ ເຊິ່ງເຮັດໃຫ້ນັກສຶກສາມີຄວາມເຂົ້າໃຈກ່ຽວກັບ ການວາງແຜນການເງິນສ່ວນບຸກຄົນໃຫ້ຫຼາຍຂຶ້ນ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນອະນາຄົດ.

ເຊິ່ງໂຄງການນີ້ໄດ້ຮັບການສະໜັບສູນຈາກ 23 ພາກສ່ວນ ລວມມູນຄ່າ 49 ລ້ານກ່ວາກີບ ພ້ອມນີ້ທາງຄະນະນັກສຶກສາ ແລະ ບໍລິສັດ ພີທີທີ ລາວຈຳກັດ ຍັງໄດ້ມອບເງິນ ແລະ ອຸປະກອນການຮັກສາຄວາມສະອາດໃຫ້ແກ່ໂຮງຮຽນ ມ.ສ ສີທ່ານາໄຊ.

ຈາກນັ້ນທາງຄະນະນັກສຶກສາກໍ່ໄດ້ພານ້ອງນັກຮຽນຈັດກິດຈະກຳຮ່ວມກັນພາຍໃນໂຮງຮຽນ ກິດຈະກຳດັ່ງກ່າວແມ່ນການສອນນ້ອງນັກຮຽນ ໃນການເກັບອອມເງິນ, ການວາງແຜນກ່ຽວກັບການເງິນ ແລະ ກິດຈະກຳອື່ນໆ.

About admins16