ປາກກະດິງ ດຳເນີນການປະເມີນ ບ້ານຄອນສົງ ເປັນບ້ານປ້ອງກັນຊາດເຂັ້ມແຂງ

  
ໃນຕອນເຊົ້າວັນທີ 20 ກໍລະກົດ 2020 ກອງບັນຊາການທະຫານ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຢູ່ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄຳໄຊ ພາຍໄຕ້ການເປັນປະທານຂອງທ່ານ ພັທ ບຸນຍັງ ມູນມະນີ ຫົວຫນ້າການເມືອງກອງບັນຊາການທະຫານເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ພົວ ຈວງຈັນ  ລາດສະວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີແຂກຖືກເຊີນ, ຫົວຫນ້າຫ້ອງການອ້ອມຂ້າງເມືອງ, ການຈັດຕັ້ງ ແລະ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

     ທ່ານສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ກ່າວວ່າ: ການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ແມ່ນໜຶ່ງໃນການສ້າງບ້ານພັດທະນາຕາມທິດສາມສ້າງ, ແມ່ນຍຸດທະສາດໜຶ່ງຂອງພັກ ເພື່ອເຮັດໃຫ້ປະເທດຊາດມີຄວາມສະຫງົບ, ນຳພາປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມທີ່ມີຄວາມສະຫງົບສຸກ, ສາມັກຄີປອງດອງ ຊາດສີວິໄລ ສັງຄົມມີຄວາມຍຸຕິທຳ, ແມ່ນການສ້າງຕາໜ່າງປ້ອງກັນຊາດແຕ່ຂັ້ນບຸກຄົນຮອດຄອບຄົວຂຶ້ນໄປ ເຮັດໃຫ້ວຽກງານປ້ອງກັນຊາດກາຍເປັນໜ້າທີ່ຂອງພົນລະເມືອງລາວທຸກຄົນ, ການປະເມີນ ແລະ ສ້າງບ້ານປ້ອງກັນຊາດເຂັ້ມແຂງໃນຄັ້ງນີ້ ຕາມແຜນຈະໄດ້ດຳເນີນເປັນເວລາ 10 ວັນໃຫ້ສຳເລັດຕາມຄາດໝາຍ.

        ທ່ານ ບຸນຍົກ ພະຄູນທອງ ນາຍບ້ານຄອນສົງ ຍັງໃຫ້ຮູ້ວ່າ: ບ້ານຄອນສົງ ມີພົນລະເມືອງ 899 ຄົນ, ຍິງ 441 ຄົນ, ມີ 131 ຄອບຄົວ, ມີ 11 ໜ່ວຍ, ອາຊີບສ່ວນໃຫຍ່ແມ່ນຊາວກະສິກອນ, ເຮັດນາ, ປູກພືດ, ລ້ຽງສັດ, ຄ້າຂາຍ ແລະ ເປັນພະນັກງານຈຳນວນໜຶ່ງ ສະເລ່ຍລາຍຮັບ 8 ລ້ານກີບຕໍ່ຄົນຕໍ່ປີ.

About admin11