ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I

ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 16 ກໍລະກົດ ແລະ ໄດ້ອັດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 17 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນ ເພື່ອຮັບຟັງການລາຍງານ ແລະ ຮັບຮອງເອົາບັນຫາສຳຄັນຂອງແຂວງ ເຊັ່ນ: ຮັບ​ຟັງ​ການ​ລາຍ​ງານ​ການຈັດ​ຕັ້ງ​ປະຕິບັດ​ວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດ ທີ່ມີລັກສະນະຍຸດທະສາດ ປະຈຳ 6 ​​ເດືອນຕົ້ນ​ປີ ​ແລະ ທິດ​ທາງ​ແຜນການຈຸດສຸມ 6 ​ເດືອນ​ທ້າຍປີ 2020 ແລະ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19 ແລະ ບາງນະໂຍບາຍທີ່ພົ້ນເດັ່ນທີ່ເປັນການຊຸກຍູ້, ຊ່ວຍເຫຼືອສັງຄົມ ໃນໄລຍະການຈັດຕັ້ງປະຕິບັດຄໍາສັ່ງເລກທີ 06/ນຍ. ພິຈາລະນາຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງແຂວງບໍລິຄໍາໄຊ, ພິຈາລະນາຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງແຂວງບໍລິຄໍາໄຊ, ພິຈາລະນາຮັບຮອງເອົາ ການ​ເຄື່ອນ​ໄຫວວຽກງານ 6 ເດືອນຕົ້ນປີ 2020 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020 ຂອງສະພາປະຊາຊົນແຂວງ ຊຸດທີ I ແລະ ການເຄື່ອນໄຫວຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ II ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ, ພິຈາລະນາຮັບຮອງເອົາການສະເໜີການຊັບຊ້ອນບຸກຄະລາກອນຂອງແຂວງ ຄື: ຍົກຍ້າຍ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຫ້ອງວ່າການແຂວງ ໄປປະຈໍາການຮັບໜ້າທີ່ ໃໝ່ຢູ່ຄະນະຈັດຕັ້ງແຂວງ, ຍົກຍ້າຍ ທ່ານ ໄກ່ທອງ ອານຸສິນ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄປປະຈໍາການຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການແຂວງ, ແຕ່ງຕັ້ງ ທ່ານ ພັດທະຈອນ ແກ້ວພຸດທະວົງ ເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ແຕ່ງຕັ້ງທ່ານ ວິໄຊ ພູມີ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ແຕ່ງຕັ້ງ ທ່ານ ໄກສອນ ຈັນສີນາ ຮອງປະທານຄະນະກໍາມະການເສດຖະກິດແຜນການ ແລະ ການເງິນສະພາປະຊາຊົນແຂວງ, ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ແຕ່ງຕັ້ງ ທ່ານ ອຸດອນ ສອນສຸລິນ ເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ແຕ່ງຕັ້ງທ່ານ ພັອ ກົງຈັນ ໄຊປັນຍາ ເປັນຫົວໜ້າກອງບັນຊາການ ປກສ ແຂວງ, ພິຈາລະນາຮັບຮຶງເອົານິຕິກໍາຂອງແຂວງ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການກໍານົດເຂດເພື່ອຄິດໄລ່ຄ່າເຊົ່າ ແລະ ສໍາປະທານເນື້ອທີ່ດິນຂອງລັດຄຸ້ມຄອງພາຍໃນແຂວງບໍລິຄໍາໄຊ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຊີວະນາໆພັນບໍລິເວນອ່າງໂຕ່ງເຂື່ອນໄຟຟ້ານໍ້າງຽບ 1, ຂໍ້ຕົກລົງວ່າດ້ວຍການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບ, ການແບ່ງຜົນປະໂຫຍດ ແລະ ການນໍາໃຊ້ງົບປະມານ ລະຫວ່າງ ເມືອງ ແລະ ບ້ານ.

ພ້ອມ​ນີ້​ກອງ​ປະຊຸມຍັງ​​ໄດ້ຮັບ​ຟັງ​ການ​ລາຍ​ງານ, ຊີ້​ແຈງຂອງ​ບັນດາພະ​ແນ​ກການ​ຈຳນວນ​ໜຶ່ງ ຕາມຄຳ​ສະ​ເໜີ​ຂອງ​ປະຊາຊົນ ​ແລະ ​ຄຳ​ຖາມ​ເຈາະຈິ້ມຂອງ​ສະມາຊິກ​ສະພາ​ປະຊາຊົນ​ແຂວງ, ພ້ອມ​ທັງເປີດກວ້າງການປະກອບຄຳຄິດຄຳເຫັນ, ຄຳ​ສະ​ເໜີຂອງ​ພໍ່​ແມ່​ປະຊາຊົນ​ບັນ​ດາ​ເຜົ່າ ມາສູ່​ກອງ​ປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 054 156

 

About admins16