ບໍລິຄຳໄຊ ໃຊ້ 5 ບາດກ້າວກຳຈັດການຖ່າຍຊະຊາຍ

ເພື່ອຫຼຸດຜ່ອນການເຈັບປ່ວຍ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ມີສຸຂະພາບຈະເລີນພັນທີ່ດີ ແຂວງບໍລິຄຳໄຊ ໄດ້ສຸມໃສ່ວຽກງານການສ້າງຊຸມຊົນເປັນເຈົ້າດ້ານສາທາລະນະສຸກ ແລະ ການຢຸດຕິການຖ່າຍຊະຊາຍ ຢ່າງແຂງແຮງ ຈົນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ແລະ ຈະຖືກປະກາດເປັນແຂວງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ ໃນວັນທີ 31 ກໍລະກົດ 2020 ນີ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ທັງເປັນປະທານຄະນະກຳມະການຮັກສາສຸຂະພາບແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 29 ກໍລະກົດ 2020 ວ່າ:

ເພື່ອຈັດຕັ້ງປະຕິບັດແຜນງານຊຸມຊົນເປັນເຈົ້າການສຸຂະອານາໄມ ຕິດພັນກັບການສົ່ງເສີມການນໍາໃຊ້ວິດຖ່າຍ ເລີ່ມແຕ່ປີ 2014 ເປັນຕົ້ນມາ ຄະນະນໍາຂອງແຂວງ ໄດ້ຕັ້ງຫນ້າຊີ້ນໍາ-ນໍາພາ ປຸກລະດົມການຈັດຕັ້ງພັກ-ລັດ, ສັງຄົມ ແລະ ປາຊາຊົນບັນດາເຜົ່າ ປະກອບສ່ວນໃນວຽກງານດັ່ງກ່າວຢ່າງແຂງແຮງ, ສຸມໃສ່ສ້າງເປັນແຜນດໍາເນີນງານ, ບາດກ້າວຂັ້ນຕອນຕົວຈິງ ລວມມີ 5 ບາດກ້າວຄື: ຂັ້ນຕອນການກະກຽມວາງແຜນ ແລະ ສ້າງແຜນ ຮ່ວມກັນລະຫວ່າງ ພະແນກສາທາລະນະສຸກແຂວງ ກັບ ສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ, ການປະສານງານປະສານສົມທົບ ແລະ ມີສ່ວນຮ່ວມຂອງອົງການຈັດຕັ້ງຂັ້ນແຂວງ ຈາກນັ້ນໄດ້ສັງລວມເປັນແຜນຍຸດທະສາດ ຈັດຕັ້ງປະຕິບັດໃນຂອບເຂດທົ່ວແຂວງ, ໄລຍະການຈັດຕັ້ງປະຕິບັດຕົວຈິງ ທີມງານໄດ້ນໍາເອົາແຜນລົງສົມທົບປຶກສາຫາລື ກັບກຸ່ມເປົ້າຫມາຍຄອບຄົວ ແລະ ສ້າງເປັນຂະບວນການປະຕິບັດໃນທົ່ວບ້ານ ມີການກວດກາການປະຕິບັດຕົວຈິງເປັນປະຈໍາ ແລະ ແນະນໍາວິທີການປະຕິບັດໃຫ້ແຕ່ລະຄົວເຮືອນ, ໄລຍະຊຸກຍູ້-ຕິດຕາມ ໃນບາດກ້າວນີ້ ຫນ້າທີ່ຫຼັກແມ່ນຕິດຕາມປະເມີນຜົນເປັນແຕ່ລະບ້ານ, ແຕ່ລະຄອບຄົວ ໂດຍມີການເຕົ້າໂຮມການຈັດຕັ້ງບ້ານ, ຄອບຄົວ, ຜູ້ສູງຄຸນວຸດທິສິງຊາວ ເພື່ອປຶກສາຫາລືວຽກງານທີ່ເຫັນວ່າບໍ່ທັນສໍາເລັດຕາມແຜນເພື່ອຊີ້ນໍາຕໍ່ໄປ, ບາດກ້າວສະຫຼຸບປະເມີນຜົນລາຍງານ ໂດຍມີການແຕ່ງຕັ້ງໃຫ້ມີຄະນະກໍາມະການປະເມີນຜົນຢູ່ແຕ່ລະບ້ານ ເພື່ອປະເມີນໃຫ້ຮູ້ໄດ້ໜ້າວຽກທີ່ສໍາເລັດ ແລະ ຍັງຄົງຄ້າງ ແລະ ບາດກ້າວແນະນໍາ, ມອບໝາຍການຄຸ້ມຄອງນໍາໃຊ້ວິດຖ່າຍໃຫ້ເປັນປະໂຫຍດແກ່ຄອບຄົວ. ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດບັນລຸໄດ້ 10 ຕົວຊີ້ວັດຊຸມຊົນເປັນເຈົ້າດ້ານສຸຂະອະນາໄມ ໃນທົ່ວແຂວງມີທັງຫມົດ 291 ບ້ານ, ມີ 58.082 ຄອບຄົວ, ມີຄອບຄົວທີ່ໃຊ້ວິດຖ່າຍເປັນຂອງຕົນເອງ 57.499 ຄອບຄົວ ເທົ່າກັບ 99%, ຍັງມີຄອບຄົວທີ່ຍັງໃຊ້ວິດຖ່າຍຮ່ວມກັບພີ່ນ້ອງເຮືອນໃກ້ຄຽງ 583 ຄອບຄົວ ເທົ່າກັບ 1%.

ເພື່ອສືບຕໍ່ຮັກສານາມມະຍົດແຂວງຢຸດຕິການຖ່າຍຊະຊາຍໃຫ້ຍືນຍົງ ທ່ານຮອງເຈົ້າແຂວງຍັງໄດ້ຝາກເຖິງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນເປັນເຈົ້າການປູກຈິດສໍານຶກໃຫ້ແກ່ຊຸມຊົນ ໃນການປະຕິບັດຂໍ້ກໍານົດ, ລະບຽບການ ແລະ ຫຼັກການຮັກສາອະນາໄມບ້ານ, ເຮືອນຂອງຕົນໃຫ້ສະອາດຢູ່ສະເໝີ, ປຸກລະດົມຄອບຄົວ ທີ່ຍັງບໍ່ທັນມີວິດຖ່າຍ ໃຫ້ສ້າງວິດຖ່າຍເປັນຂອງຕົນເອງ ແລະ ວຽກງານອື່ນໆ ທັ້ງນີ້ເພື່ອເຮັດທຸກຄົນໃນທົ່ວສັງຄົມມີສຸຂະພາບດີ, ແຂງແຮງ ແລະ ຫຼີກລ່ຽງຈາກບັນດາພະຍາດທີ່ເກີດຈາກການຖ່າຍຊະຊາຍ ເປັນຕົ້ນແມ່ນພະຍາດຖອກທ້ອງ ແລະ ພະຍາດແມ່ກາຝາກ ທີ່ເປັນສາເຫດການເຈັບເປັນຂອງເດັກນ້ອຍລຸ່ມ 5 ປີ ເຮັດໃຫ້ເດັກຂາດສານອາຫານ, ຂາດວີຕາມິນ, ກະທົບເຖິງການຈະເລີນເຕີບໂຕທາງດ້ານມັນສະໝອງ, ຮ່າງກາຍ ແລະ ຕະຫຼອດຮອດການເສຍຊີວິດ, ພ້ອມນັ້ນຈົ່ງພ້ອມກັນສູ້ຊົນຈັດຕັ້ງປະຕິບັດຄາດໝາຍດ້ານສາທາລະນະສຸກ ເພື່ອສ້າງເງື່ອນໄຂໃຫ້ສາມາດປະກາດແຂວງບໍລິຄຳໄຊ ເປັນແຂວງສາທາລະນະສຸກແບບຢ່າງ ໃນປີ 2025 .

About admins14