ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢ້ຽມຢາມແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2020 ຢູ່ຫ້ອງຮັບຮອງແຂວງບໍລິຄໍາໄຊ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ.

ໂອກາດນີ້ທ່ານເຈົ້າແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃນການພັດທະນາເສດທະກິດ – ສັງຄົມຂອງແຂວງ ໃນແຕ່ລະດ້ານໃນໄລຍະຜ່ານມາ ໃຫ້ກັບທ່ານລັດຖະມົນຕີ ພ້ອມດ້ວຍຄະນະໄດ້ຮັບຊາບ ໂດຍສະເພາະກໍ່ແມ່ນການຈັດຕັ້ງປະຕິບັດວຽກງານດ້ານການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການເຕີບໃຫຍ່ຂະຫຍາຍຕົວຕະຫຼອດໄລຍະຜ່ານມາ ແລະ ການຊົມໃຊ້ໄຟຟ້າພາຍໃນແຂວງ.

ຈຸດປະສົງຂອງການມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ ກໍ່ແມ່ນເພື່ອລົງຕິດຕາມສະພາບການຊົມໃຊ້ໄຟຟ້າຂອງປະຊາຊົນພາຍໃນແຂວງບໍລິຄຳໄຊ ພ້ອມທັງໄດ້ລາຍງານການປັບປຸງການຈັດຕັ້ງ ແລະ ການແບ່ງຄວາມຮັບຜິດຊອບວຽກງານພາຍໃນກະຊວງດັ່ງກ່າວ ແລະ ທ່ານຍັງໄດ້ຍ້ອງຍໍຊົມເຊີຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ທີ່ແຂວງບໍລິຄຳໄຊ ຍາດມາໄດ້ ເຫັນວ່າໄດ້ຮັບຜົນສຳເລັດເປັນສ່ວນຫຼາຍ. ໂອກາດນີ້ ທ່ານ ຄໍາມະນີ ອິນທິລາດ ຕາງໜ້າກະຊວງພະລັງງານ-ບໍ່ແຮ່ ໄດ້ນຳເງິນສົດ 50 ລ້ານກີບ ມອບໃຫ້ແກ່ແຂວງບໍລິຄຳໄຊ ເພື່ອຊຸກຍູ້ກອງປະຊຸມໃຫຍ່ຂອງແຂວງທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.

About admins16