ແຂວງບໍລິຄຳໄຊ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 329 ກໍລະນີ ແລະ ເສຍຊີວິດແລ້ວ 2 ກໍລະນີ

ກອງປະຊຸມປຶກສາຫາລືການເຝົ້າລະວັງພະຍາດໂຄວິດ-19, ພະຍາດລະບາດຕາມລະດູການ ແລະ 11 ຕົວຊີ້ວັດສາທາລະນະສຸກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄໍາໄຊ, ມີຫ້ອງການກະຊວງ, ກົມແຜນການ-ການເງີນ, ກົມປີ່ນປົວ, ກົມຄວບຄຸມ, ກົມອານາໄມ, ໂຮງໝໍແຂວງ, ສາທາເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມ.

ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານວ່າ: ການເຄື່ອນໄຫວປ້ອງກັນ ແລະ ໂຕ້ຕອບພະຍາດ Covid-19 ໃນໄລຍະຜ່ານມາວ່າ: ໃນໄລຍະການລະບາດຂອງພະຍາດ Covid-19 ແຂວງບໍລິຄຳໄຊ ກໍ່ໄດ້ຈັດຕັ້ງຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດດັ່ງກ່າວ ແຕ່ຂັ້ນແຂວງຫາຂັ້ນບ້ານ ແລະ ຜັນຂະຫຍາຍບັ້ນດານິຕິກຳຕ່າງໆ ເປັນຕົ້ນຄຳສັ່ງ ຂອງລັດຖະບານ ເລກທີ 06 /ນຍ ລົງວັນທີ 29 ມິນາ 2020, ຄຳສັ່ງແນະນຳ ຂັ້ນແຂວງ 07/ຂບຊ ວັນທີ 30 ມີນາ 2020 ແລະ ຄໍາແນະນຳອື່ນໆ ເພື່ອໂຄສະນາເຜີຍແຜ່ຜົນຮ້າຍ ແລະ ອັນຕະລາຍຂອງພະຍາດດັ່ງກ່າວ, ແນະນຳວີທີປ້ອງກັນ 9 ວີທີການປ້ອງກັນຂອງກະຊວງສາທາລະນະສຸກວາງອອກ, ກັກກັນ ແລະ ແຍກປ່ຽວ 14 ວັນ, ຕິດຕາມ-ກວດກາຢ່າງໃກ້ຊິດ, ສະເພາະແຂວງບໍລິຄຳໄຊ ມີສູນກັກກັນ 80 ສູນ ປັດຈຸບັນຍັງ 11 ສູນ ມີຈຳນວນນັກສຶກສາ, ແຮງງານທີ່ມາຈາກຕ່າງປະເທດ 4.863 ຄົນ ກັກກັນຢູ່ສູນ 912 ຄົນ ແລະ ຢູ່ເຮືອນ 3.951 ຄົນ ປັດຈຸບັນຍັງສືບຕໍ່ກັກກັນຢູ່ສູນ 41 ຄົນ, ສ່ວນການເກັບຕົວຢ່າງໄປກວດແຕ່ວັນທີ 4 ກຸມພາ – 7 ກໍລະກົດ 2020 ມີຈຳນວນ 262 ບໍ່ພົບເຊື້ອ 258 ຄົນ ຍັງລໍຖ້າຜົນກວດ 4 ຄົນ.

ສຳລັບການເຄື່ອນໄຫວປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ 6 ເດືອນຕົ້ນປີ 2020 ທົ່ວແຂວງ ມີຜູ້ຕິດເຊື້ອ 329 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ, ໃນນັ້ນ ເມືອງປາກຊັນມີຜູ້ຕິດເຊື້ອ 90 ກໍລະນີ, ທ່າພະບາດ 74, ບໍລິຄັນ 80, ປາກກະດິງ 67, ຄຳເກີດ 4, ວຽງທອງ 12 ແລະ ເມືອງໄຊຈຳພອນ 2 ກໍລະນີ, ພົບຫຼາຍກວ່າໝູ່ໃນກຸ່ມອາຍຸ 25 ປີ, ໃນນັ້ນມີຜູ້ເສຍຊີວິດ ຢູ່ເມືອງບໍລິຄັນ 1 ຄົນ, ເມືອງທ່າພະບາດ 1 ຄົນ.

ການຈັດຕັ້ງປະຕິບັດ 11 ຕົວຊີ້ວັດ 5 ເດືອນ ຕົ້ນປີ 2020 ພົບເຫັນບຸກຄົນທີ່ມາກວດມີນ້ຳໜັກຕ່ຳກວ່າມາດຕະຖານ 5,6%, ລວງສູງ ບໍ່ໄດ້ມາດຕະຖານ 12,4%, ອັດຕາການຕາຍຂອງເດັກລຸ່ມ 1 ປີ 3,7%, ການຕາຍຂອງເດັກລຸ່ມ 5 ປີ 4,4%, ການຕາຍຂອງແມ່ ບໍ່ມີ, ການເກີດລູກມີແພດຊ່ວຍ 26,8%, ການໃຫ້ວັກຊິນກັນພະຍາດ 34,6%, ການຊົມໃຊ້ນ້ຳສະອາດ 94,9%, ການຊົມໃຊ້ວິດຖ່າຍ 98,9%, ການປົກຄຸມດ້ວຍປະກັນສຸຂະພາບ 100% ແລະ ອັດຕາການຮັບຮອງ ແລະ ປະກາດເປັນບ້ານສາທາລະນະສຸກແບບຢ່າງ ປະຕິບັດໄດ້ 94,6%.

About admins16