ເມືອງ ວຽງທອງ ຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄິດໄລ່ຄ່າເຊົ່າທີ່ດິນຂອງລັດ


ຕອນບ່າຍວັນທີ 7 ກໍລະກົດ 2020 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄຳໄຊ ວ່າດ້ວຍການກຳນົດເຂດຄິດໄລ່ຄ່າເຊົ່າ, ສຳປະທານທີ່ດິນຂອງລັດຄຸ້ມຄອງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບ ແລະ ການແບ່ງປັນຜົນປະໂຫຍດ ລະຫວ່າງເມືອງກັບບ້ານ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງ ວຽງທອງ, ມີບັນດາຫ້ອງການທີ່ກ່ຽວຂ້ອງ ແລະ ພະນັກງານຫ້ອງການເງິນ ເຂົ້າຮ່ວມ.

 


ກອງປະຊຸມ ທ່ານ ບີ້ ສຸລິ ວ່າການຫົວໜ້າຫ້ອງການ-ການເງິນເມືອງ ໃຫ້ກຽດຜ່ານ ຮ່າງ ຂໍ້ຕົກລົງຂອງເຈົ້າແຂວງ ບໍລິຄຳໄຊ ທັງສອງສະບັບ ຈາກນັ້ນບັນດາ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດ, ຄໍາເຫັນໃສ່ເນື້ອໃນຮ່າງຂໍ້ຕົກລົງດັ່ງກ່າວ ເຊິ່ງເນື້ອໃນໄດ້ກຳນົດກ່ຽວກັບການຄິດໄລ່ຄ່າເຊົ່າ ແລະ ສຳປະທານເນື້ອທີ່ດິນຂອງລັດ, ໄດ້ກຳນົດຫຼັກການ ລະບຽບການ ເງື່ອນໄຂ ແລະ ນະໂຍບາຍຕ່າງໆກ່ຽວກັບການຄິດໄລ່ ແນໃສ່ເຮັດໃຫ້ການຄຸ້ມຄອງ, ການພັດທະນາ, ການປົກປັກຮັກສາ ແລະ ນຳໃຊ້ທີ່ດິນຂອງລັດໃຫ້ມີປະສິດທິຜົນ ສາມາດຫັນເນື້ອທີ່ດິນໃຫ້ກາຍເປັນທຶນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການແບ່ງຂັ້ນຄຸ້ມຄອງໃນການເກັບລາຍຮັບ ແລະ ການແບ່ງປັນຜົນປະໂຫຍດ ລະຫວ່າງ ເມືອງກັບບ້ານ ກໍ່ເພື່ອຍົກສູງຄວາມອາດສາມາດໃນການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ແລະ ການນຳໃຊ້ເງິນຈາກການແບ່ງປັນຜົນປະໂຫຍດໃຫ້ຖືກຕ້ອງຕາມກົດໝາຍ ແນໃສ່ການສ້າງບ້ານໃຫ້ມີຄວາມເຂັ້ມແຂງ ເປັນຫົວໜ່ວຍພັດທະນາທາງດ້ານການເງິນຕາມທິດວຽກງານສາມສ້າງທີ່ກຳນົດໄວ້.

About admin11