ປະກາດແຕ່ງຕັ້ງຫົວໜ້າພະແນກ ຖວທ ຄົນໃໝ່

ພິທີປະກາດແຕ່ງຕັ້ງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກດັ່ງກ່າວ ເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນ ພາຍໃນພະແນກ ຖວທ ແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 417/ຂບຊ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸດອນ ສອນສຸລິນ ຮັກສາການຫົວໜ້າພະແນກ, ຂື້ນເປັນຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ. ຫຼັງຈາກນັ້ນຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ປອ ກອງແກ້ວ ໄຊສົງຄາມ ໂດຍທ່ານໄດ້ຍົກໃຫ້ເຫັນວ່າການແຕ່ງຕັ້ງ, ຍົກຍ້າຍພະນັກງານຊີ້ນຳ-ນຳພາ ແມ່ນວຽກງານປົກກະຕິ ເພື່ອປັບປຸງໃຫ້ສອດຄ່ອງແທດເໝາະກັບໜ້າທີ່ການເມືອງ ແລະ ວິຊາສະເພາະໃນໄລຍະໃໝ່.

ໂອກາດນີ້ ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ຄະນະພະແນກ ແລະ ພະນັກງານລັດຖະກອນທັງໝົດ ຈົ່ງໄດ້ປະຕິບັດໜ້າທີ່ວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຍົກສູງຄວາມຮູ້ຄວາມສາມາດ, ແບບແຜນວິທີເຮັດວຽກ ແລະ ມີຄວາມສາມັກຄີເປັນໝູ່ຄະນະ, ປັບປຸງຂັ້ນຂອດການຈັດຕັ້ງປະຕິບັດ ໃຫ້ມີຄຸນນະພາບສອດຄ່ອງກັບຕົວຈິງ, ເອົາໃຈໃສ່ຊຸກຍູ້ວຽກງານ ຖວທ ຢ່າງແຂງແຮງ, ສືບຕໍ່ໂຄສະນາ ບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານອື່ນໆ ຜ່ານສື່ຕ່າງໆ ໃຫ້ແຫຼມຄົມ, ທັນສະໄໝ, ວ່ອງໄວ ແລະ ມີເນື້ອໃນອຸດົມສົມບຸນຄົບຖ້ວນ ຮັບປະກັນ 4 ລັກສະນະ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະຈັດຕັ້ງຊີ້ນຳ ແລະ ລັກສະນະຕໍ່ສູ້.

About admins14