ໜ່ວຍພັກອົງການໄອຍະການປະຊາຊົນເຂດ I ເປີດກອງປະຊຸມປະຈຳໄຕມາດ


ກອງປະຊຸມສະຫຼຸບວຽກງານການຊີ້ນໍາ-ນໍາພາປະຈໍາໄຕມາດ 3 ຂອງໜ່ວຍພັກອົງການໄອຍະການປະຊາຊົນເຂດ I ເມືອງ ປາກຊັນ ແຂວງບໍລິຄໍາໄຊ ໄດ້ໄຂຂຶ້ນໃນຕອນບ່າຍຂອງວັນທີ 09 ກໍລະກົດ 2020 ໂດຍການເປັນປະທານ ຂອງສະຫາຍ ກົງທອງ ແກ້ວວິໄລ ຮອງເລຂາໜ່ວຍພັກ ຮອງອົງການໄອຍະການປະຊາຊົນເຂດ I ເມືອງປາກຊັນ, ໂດຍໃຫ້ກ່ຽດເຂົ້າຮ່ວມຂອງສະຫາຍ ນາງ ຄໍາເພັດ ດວງມະນີ ຮອງເລຂາພັກເມືອງ ປາກຊັນ, ປະທານກວດກາພັກ-ລັດ, ມີສະຫາຍ ບຸນຜັນ ທໍາມະວົງ ຮອງເລຂາໜ່ວຍພັກອົງການໄອຍະການປະຊາຊົນແຂວງ, ມີເລຂາ, ຄະນະໜ່ວຍພັກ, ສະມະຊິກພັກສົມບູນ-ສໍາຮອງ ແລະ ບັນດາແຂກທີ່ຖືກເຊີນ ເຂົ້້າຮ່ວມ.

 


ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາໄຕມາດ 3 ເດືອນ( ເດືອນ ເມສາ ຫາ ມີຖຸູນາ ປີ 2020 ) ຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງຄະນະໜ່ວຍພັກ ເຊັ່ນ: ການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕາມ 05 ເນື້ອໃນ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມະຊິກພັກ, ພະນັກງານໃຫ້ເຂົາເຈົ້າກໍາແໜ້ນເຊື່ອມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ມີສະຕິເຄົາລົບລະບຽບກົດໝາຍ, ເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຜ່ານຈັດຕັ້ງນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນໄລຍະຜ່ານມາ ສາມາດສ້າງມະຫາຊົນກ້າວໜ້າເຂົ້າຮຽນ ສະໜັບສະໜຸນ – ຮຽນລະບຽບພັກ 03 ສະຫາຍ, ນອກນັ້ນຍັງໄດ້ເອົາໃຈໃສ່ນໍາພາເຮັດວຽກງານວິຊາສະເພາະດ້ານຕ່າງໆຢ່າງຕັ້ງໜ້າ, ເປັນຕົ້ນ ຄະນະພັກແມ່ນໄດ້ຢຶດໝັ້ນ ແບບແຜນວິທີນຳພາທີ່ຖືກຕ້ອງ, ສອດຄ່ອງຂອງໜ່ວຍພັກ ໂດຍອີງໃສ່ແນວທາງຂອງພັກ ແລະ ກົດໝາຍຂອງລັດເປັນບ່ອນອີງໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບັນດາອາສະຍາກໍາ, ຂໍ້ຂັດແຍ່ງ ທີ່ເກີດຂື້ນໃນທົ່ວສັງຄົມ ໃຫ້ລຸດລົງເທື່ອລະກ້າວ ແລະ ເປັນເຈົ້າການປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງລັດ, ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນສັງຄົມ ແລະ ສົມທົບແໜ້ນກັບອົງການສືບສວນ-ສອບສວນ ໃນການນໍາໃຊ້ກົດໝາຍໃຫ້ຖືກຕ້ອງ ແລະ ເຄັ່ງຄັດຕາມທີ່ໄດ້ກໍານົດໄວ້, ໃນໄລຍະ 03 ເດືອນຜ່ານມາ ໄດ້ຄົ້ນຄ້ວາສໍານວນຄະດີອາຍາ ແລະ ຄະດີແພ່ງ ທັງໝົດໄດ້ 35 ເລື່ອງ, ສາມາດແກ້ໄຂໄດ້ 24 ເລື່ອງ, ພວມດຳເນີນ 11 ເລື່ອງ, ໃນນີ້ ສົ່ງເຈົ້າໜ້າທີ່ຕໍາຫລວດຄືນ 04 ເລື່ອງ, ສັ່ງຟ້ອງໃຫ້ສານເຂດຕັດສີນ 14 ເລື່ອງ, ສົ່ງພາກສ່ວນອື່ນແກ້ໄຂ 03 ເລື່ອງ, ຊັດມ້ຽນຄະດີ 03 ເລື່ອງ, ຄົ້ນຄວ້າຄະດີແພ່ງທັງໝົດ 02 ເລື່ອງ, ສາມາດແກ້ໄຂໄດ້ 02 ເລື່ອງ ( ສົ່ງຄໍາຖະແຫຼ່ງໃຫ້ສານເຂດຕັດສິນ 02 ເລື່ອງ ), ລົງກວດກາຄ້າຍຄຸມຂັງ-ດັດສ້າງຈຳນວນ 04 ຄັ້ງ, ມີຜູ້ຖືກຫາຈຳນວນ 94 ຄົນ, ຍິງ 04 ຄົນ, ນັກໂທດຈຳນວນ 07 ຄົນ, ຜູ້ຝາກດັດສ້າງ 39 ຄົນ, ລົງສົມທົບກວດກາປະຕິບັດຄຳຕັດສິນຂອງສານ 04 ຄັ້ງ ມີຄະດີອາຍາເກີດຂື້ນ 232 ເລື່ອງ, ປະຕິບັດໄດ້ 05 ເລື່ອງ, ຄ້າງປະຕິປັດໃນເດືອນຕໍ່ໄປ 227 ເລື່ອງ, ໄດ້ມອບເງິນຄືນໃຫ້ຜູ້ຖືກເສຍຫາຍຈໍານວນ 14,800,000 ກີບ, ມອບເງິນອາກອນໃຫ້ລັດຈໍານວນ 5,000,000 ກີບ ( ຫ້າລ້ານກີບ ), ຄະດີແພ່ງມີ 238 ເລື່ອງ, ປະຕິບັດໄດ້ 03 ເລື່ອງ, ມອບເງິນໃຫ້ບຸກຄົນຈໍານວນ 26,525,000 ກີບ ແລະ 30,000 ບາດໄທ, ໄດ້ມອບເງິນອາກອນໃຫ້ລັດຈໍານວນ 200,000 ກີບ, ອອກຄໍາສັ່ງຕ່າງໆ 137 ສະບັບ, ເຂົ້າຮ່ວມປະຊຸມສານຄະດີອາຍາ 01 ຄັ້ງ, ສານຕັດສິນຄະດີອາຍາ 01 ເລື່ອງ, ໄດ້ລົງກວດກາ, ສັນນະສູດສະຖານທີ່ເກີດເຫດຈໍານວນ 03 ຄັ້ງ.

About admin11