ຍັງພົບເຫັນເປັນປະຈຳໃນທ້ອງຕະຫຼາດ ສິນຄ້າເສຍຄຸນນະພາບຍັງວາງຂາຍໃຫ້ສັງຄົມບໍລິໂພກ

 

      ໃນວັນທີ 8 ກໍລະກົດ 2020 ໄດ້ຈັດພິທີທຳລາຍສິນຄ້າເສື່ອມຄຸນນະພາບ ແລະ ໝົດອາຍຸການນຳໃຊ້ ຢູ່ທີ່ເດິ່ນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງຄຳເກີດ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ, ມີບັນດາ ຫົວໜ້າຫ້ອງການ-ຄະນະຫ້ອງການ, ຄະນະຮັບຜິດຊອບ ແລະ ພະນັກງານ ເຂົ້າຮ່ວມເປັນສັກຂີພິຍານ.

 

       ທ່ານ ບຸນແພງ ຫວັງຄື້ທ່າວ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຄຳເກີດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດກວດກາຄຸນນະພາບສິນຄ້າ ໂດຍທ່ານໃຫ້ຮູ້ວ່າ ໄດ້ຈັດຕັ້ງປະຕິບັດເຄື່ອນໄຫວ ຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງຄຳເກີດ ສະບັບເລກທີ 002/ມຄກ, ລົງວັນທີ 22 ກຸມພາ 2019, ຄະນະກຳມະການໄດ້ລົງປະຕິບັດກວດກາສິນຄ້ານັບແຕ່ວັນທີ 15-26 ມິຖຸນາ 2020 ຢູ່ຕະຫຼາດແສນອຸດົມ, ບັນດາຮ້ານພາຍໃນກຸ່ມບ້ານເທດສະບານເມືອງ, ກຸ່ມທົ່ງແສນ ມີຈຳນວນ 112 ຮ້ານທີ່ກວດພົບສິນຄ້າໝົດອາຍຸຈຳນວນ 58 ຮ້ານ ໃນນັ້ນ ສິນຄ້າທີ່ໝົດອາຍຸ ມີປະເພດນໍ້າຫວານ, ເຂົ້າໜົມ, ໝີ່, ຄະນໍ ລວມມູນຄ່າ 5.654.000 ກີບ, ປະເພດຢາປາບສັດຕູພືດທີ່ຕ້ອງຫ້າມ ມີ ຟາລາ ແລະ ຟາລິດອນ ມູນຄ່າ 835.000 ກີບ, ປະເພດຢາປົວພະຍາດທີ່ຮ້ານຂາຍເຄື່ອງຍ່ອຍທົ່ວໄປຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງເຊັ່ນ: ຢາທິບຟີ, ຊາລາ, ເຕຕາ, ອາຊາດີຫວັດ, ບິກຕາ ມູນຄ່າ 72.000 ກີບ. ຕໍ່ການລະເມີດດັ່ງກ່າວນັ້ນຄະນະກຳມະການໄດ້ດຳເນີນມາດຕະການສຶກສາອົບຮົມ ພ້ອມສ້າງບົດບັນທຶກກັບເຈົ້າຂອງຮ້ານ ແລະ ປັບໄໝຕາມລະບຽບກົດໝາຍ ລວມມູນຄ່າການປັບໄໝ 3.882.000 ກີບ ແລະ ຍຶດສິນຄ້າທີ່ໝົດອາຍຸການນຳໃຊ້ມາທຳລາຍຖີ້ມ ລວມມູນຄ່າທັງໝົດ 6.561.000 ກີບ.

       ທ່ານ ສົມໃຈ ແກ້ວສຸວັນ ໄດ້ເນັ້ນໃຫ້ຜູ້ປະກອບການ, ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ອຳນາດການປົກຄອງ ຕ້ອງໄດ້ເພີ່ມທະວີໃນການຕິດຕາມ-ກວດການ ສິນຄ້າທີ່ເຊື່ອມຄຸນນະພາບ, ປອມແປງ, ບໍ່ໄດ້ມາດຖານ, ບໍ່ໄດ້ຜ່ານການກວດກາລະອຽດ ຕ້ອງມາດຕະການຂັ້ນເດັດຂາດ ເພື່ອລີກລ້ຽງຕໍ່ຜົນກະທົບຂອງຜູ້ບໍລິໂພກ.

About admin11