ເມືອງວຽງທອງ ປະກາດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກ


ໃນຕອນເຊົ້າວັນທີ 8 ກໍລະກົດ 2020 ທີ່ກອງບັນຊາການ ປກສ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ 3 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວົງສີ ທອງສີອິນທີປັນຍາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີຄະນະພັກ, ຄະນະບັນຊາ, ຄະນະຈັດຕັ້ງເມືອງ ແລະ ສະມາຊິກພັກພາຍໃນກົມກອງ ເຂົ້າຮ່ວມ.

 


ພິທີ ທ່ານ ນາງ ນ້ອຍ ແກ້ວດາລາ ຄະນະຈັດຕັ້ງເມືອງ ໄດ້ໃຫ້ກຽດຂື້ນຜ່ານ ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ເລກທີ 152, 153 ແລະ 154 /ຄປພ.ມວທ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຮອງເລຂາ ແລະ ກຳມະການໜ່ວຍພັກ 3 ໜ່ວຍພັກ ຄື: ໜ່ວຍພັກ ຫ້ອງການ ໄດ້ປະກາດບົ່ງຕົວແຕ່ງຕັ້ງ ສະຫາຍ ອຸດົມ ຈັນທະລາດ ເປັນຮອງເລຂາໜ່ວຍພັກ, ໜ່ວຍພັກພະແນກຕຳຫຼວດ ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ຄຳເພື່ອນ ສີປະເສີດ ເປັນຮອງເລຂາ, ສະຫາຍ ໂສທະລາ ຈັນທະວົງເປັນກຳມະການ ແລະ ໜ່ວຍພັກສັນຕິບານ ໄດ້ບົ່ງຕົວສະຫາຍ ສັກສັນຍາ ໄຊຍະສິດ ເປັນຮອງ ເລຂາ.

About admin11