ບໍລິຄັນ ທຳລາຍອາວຸດລ່າເນື້ອ ແລະ ຈັກຕັດໄມ້ 700 ກວ່າລາຍການ

ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂບັນຫາ 4 ເຖື່ອນໃຫ້ໄດ້ຮັບຜົນສຳເລັດ ພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຜິດກົດໝາຍ ຂອງເມືອງບໍລິຄັນ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2020 ຢູ່ກອງບັນຊາການ ປກສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ວັດຖຸຂອງກາງຜິດກົດໝາຍ ທີ່ນຳມາທຳລາຍໃນຄັ້ງນີ້ ມີທັງໝົດ 733 ລາຍການ ຄື: ມີອາວຸດລ່າເນື້ອປະເພດປືນແກ໋ບ, ປືນປະດິດຍິງດ້ວຍລູກເດີເວ, ລູກເກົ້າ ໄດ້ ຈໍານວນ 544 ກະບອກ, ມີເລົາປືນແກ໋ບ 41 ເລົາ, ມີໝໍ້ຊ໋ອດປາ 71 ເຄື່ອງ ແລະ ມີຈັກສະຕິ໋ນ 77 ເຄື່ອງ.

ຕາມການລາຍງານຂອງການນຳເມືອງບໍລິຄັນ ໃຫ້ຮູ້ວ່າ: ການນຳທຸກຂັ້ນໄດ້ເອົາໃຈໃສ່ແກ້ໄຂບັນຫາ 4 ເຖື່ອນຂອງແຂວງ ຢ່າງຈິງຈັງ ຄະນະຮັບຜິດຊອບໄດ້ສົມທົບກັບອໍານາດການປົກຄອງ, ກໍາລັງປະກອບອາວຸດ ລົງເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ກວດພົບບຸກຄົນຈໍານວນໜຶ່ງ ເຄື່ອນໄຫວລະເມີດລະບຽບກົດໝາຍ ເປັນຕົ້ນ ການຜະລິດ, ການມີໄວ້ຄອບຄອງ, ການຊື້-ຂາຍ ແລະ ນໍາໃຊ້ອາວຸດລ່າເນື້ອ, ຈັກສະຕິ໋ນ, ເຄື່ອງມືຫາປາ ແລະ ອື່ນໆ ທີ່ຜິດກົດໝາຍ, ຕໍ່ກັບຜູ້ທີ່ລະເມີດ ທາງເຈົ້າໜ້າທີ່ ໄດ້ທໍາການສຶກສາອົບຮົມໃຫ້ເຂົ້າໃຈຕໍ່ກັບລະບຽບກົດໝາຍ ພ້ອມທັງສ້າງບົດບັນທຶກໃຫ້ຢຸດເຊົາການຜະລິດ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ນໍາໃຊ້ປືນລ່າເນື້ອ, ເຄື່ອງມືຫາປາທີ່ຫ້າມ, ຈັກສະຕິ໋ນ ລັກລອບຕັດໄມ້ໂດຍບໍ່ຖືກຕ້ອງຢ່າງຂາດຕົວ ແລ້ວໄດ້ມອບໃຫ້ການຈັດຕັ້ງບ້ານໄປສຶກສາອົບຮົມດ້ານການເມືອງແນວຄິດ ພ້ອມກັບຕິດຕາມການເຄື່ອນໄຫວ ແລະ ລາຍງານໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເປັນໄລຍະ.

About admins14