ປະກາດແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ເປັນແຂວງທຳອິດ ຂອງ ສປປ ລາວ

ພິທີປະກາດຮັບຮອງແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ອົງການຢູນີເຊັບປະຈຳລາວ, ແຂກຖືກເຊີນຈາກແຂວງອ້ອມຂ້າງ, ເຈົ້າເມືອງຈາກ 7 ຕົວເມືອງ ແລະ ຂະແໜງການກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ຍົກໃຫ້ເຫັນວ່າ: ແຂວງບໍລິຄຳໄຊ ປະກອບມີ 7 ເມືອງຄື: ເມືອງປາກຊັນ, ທ່າພະບາດ, ປາກກະດິງ, ບໍລິຄັນ, ຄໍາເກີດ, ວຽງທອງ ແລະ ໄຊຈໍາພອນ, ປະກອບມີ 32 ກຸ່ມບ້ານ, ມີ 291 ບ້ານ ເຊິ່ງໃນນີ້ ເປັນບ້ານໃນຕົວເມືອງມີ 65 ບ້ານ ແລະ ບ້ານຊົນນະບົດມີ 255 ບ້ານ, ມີພົນລະເມືອງທັງໝົດ 314,787 ຄົນ, ຍີງ 155,421 ຄົນ, ມີ 58,082 ຄອບຄົວ ແລະ ຄອບຄົວທຸກຍາກມີ 938 ຄອບຄົວ ເທົ່າກັບ 1.6%, ເພື່ອປະຕິບັດຕາມແນວທາງນະໂຍບາຍດ້ານສາທາລະນະສຸກ ວຽກງານສ້າງບ້ານຊຸມຊົນເປັນເຈົ້າດ້ານສາທາລະນະສຸກ ຕິດພັນກັບການສ້າງບ້ານພັດທະນາຕາມທິດສາມສ້າງຢູ່ແຂວງບໍລິຄໍາໄຊ ແມ່ນໄດ້ເລີ່ມແຕ່ປີ 2014 ເປັນຕົ້ນມາຈົນເຖີງປີ 2020 ຈື່ງສາມາດປະກາດເປັນບ້ານຢຸດຕິການຖ່າຍຊະຊາຍໄດ້ 291 ບ້ານໃນທົ່ວແຂວງ, ສີ່ງທີ່ທ້າທາຍໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນຍັງມີຫຼາຍຄອບຄົວເປັນຄອບຄົວທຸກຍາກ, ອານາຖາ ແລະ ບໍ່ທັນໄດ້ເຂົ້າໃຈຕໍ່ວຽກງານສາທາລະນະສຸກຢ່າງເລິກເຊີ່ງ ໂດຍສະເພາະແມ່ນການຮັກສາສຸຂະພາບ, ການປ້ອງກັນພະຍາດ ແລະ ການຮັກສາສິ່ງແວດລ້ອມ, ນອກນັ້ນ ປະກົດການເຊື່ອຖືຮີດເກົ່າຄອງເດີມຍັງມີຢູ່ຫລາຍ ເຊີ່ງເປັນສາຍເຫດໃຫ້ຍັງມີພະຍາດມັກເກີດຂື້ນໂດຍສະເພາະແມ່ນພະຍາດຕາມລະດູການ ເປັນຕົ້ນແມ່ນຖອກທ້ອງ ແລະ ອື່ນໆ ເຊີ່ງມີຜົນກະທົບຕໍ່ປະຊາຊົນໃນການສ້າງສາພັດທະນາຄອບຄົວຂອງຕົນ.

ຜ່ານການສູ້ຊົນຈັດຕັ້ງປະຕິບັດວຽກງານຢຸດຕິການຖ່າຍຊະຊາຍ ຕິດພັນກັບການສ້າງຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ມາຮອດປະຈຸບັນ ໄດ້ມີຄອບຄົວມີວິດຖ່າຍທັງໝົດ 57,499 ຄອບຄົວ ເທົ່າກັບ 99.0% ແລະ ບໍ່ທັນມີວິດຖ່າຍເປັນຂອງຕົນເອງ ຍັງໃຊ້ວິດຖ່າຍຮ່ວມກັບພີ່ນ້ອງມີຈໍານວນ 583 ຄອບຄົວ ເທົ່າກັບ 1.0% ເຊີ່ງຈໍານວນຄອບຄົວທີ່ບໍ່ທັນມີວິດຖ່າຍດັ່ງກ່າວແມ່ນຍັງຖ່າຍຮ່ວມພີ່ນ້ອງ. ຄະນະກໍາມະການຂັ້ນເມືອງ, ຂັ້ນບ້ານຈະໄດ້ສືບຕໍ່ຕິດຕາມຊຸກຍູ້ການກໍ່ສ້າງວິດຖ່າຍສຳຫຼັບຄອບຄົວທີ່ຍັງຖ່າຍຮ່ວມພີ່ນ້ອງ ແລະ ຄອບຄົວທີ່ກຳລັງກໍ່ສ້າງວິດຖ່າຍທີ່ຍັງຄ້າງຄາໃຫ້ສຳເລັດ. ໃນການຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວ ແຂວງໄດ້ແຕ່ງຕັ້ງຄະນະກຳມະການສົ່ງເສີມສຸຂະພາບຂັ້ນແຂວງ, ເມືອງຂຶ້ນ ແລະ ໄດ້ສ້າງແຜນການ, ໂຄງການເຄື່ອນໄຫວຢ່າງລະອຽດໃນແຕ່ລະໄລຍະ ໂດຍມີການປະສານສົມທົບກັບກອງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານຢູ່ແຕ່ລະກູ່ມບ້ານ, ໂດຍແມ່ນພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກເມືອງເປັນໃຈກາງຮັບຜິດຊອບປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ແຂວງ, ເມືອງ, ບ້ານ ແລະ ໂຄງການສາກົນຄູ່ຮ່ວມພັດທະນາຕ່າງໆຢ່າງເປັນເຈົ້າການ.

ຈາກນັ້ນ ໃນພິທີໄດ້ມອບ-ຮັບ ໃບຢັ້ງຢືນແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ແລະ ມອບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າວຽກງານດັ່ງກ່າວ. ຕອນທ້າຍຂອງພິທີ ຍັງໄດ້ຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງ 9 ບາດ ແລະ ປ່ອຍປຸມເປົ້າ ເພື່ອເປີດແຂວງບໍລິຄຳໄຊ ເປັນແຂວງຢຸດຕິການຖ່າຍຊະຊາຍ ຢ່າງເປັນທາງການ.

  

About admins16