ໂຮງຮຽນ ປກສ ຊັ້ນຕົ້ນເລກ 04 ເປີດຊຸດຮຽນ ຮຸ່ນທີ 9

 

      ວັນທີ 10 ກໍລະກົດ 2020 ຢູ່ໂຮຽຮຽນ ປກສ ຊັ້ນຕົ້ນ ເລກ 04 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິີທີເປີດຊຸດຮຽນ ຮຸ້ນທີ 09 ສາຂາວິຊາສະເພາະກໍາລັງປ້ອງກັນຄວາມສະຫງົບ ສົກປີ 2020-2021 ໂດຍການເຂົ້າຮ່ວມຂອງທ່ານ ພັນໂທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ທ່ານ ພັນໂທ ຄອນສະຫວັນ ເຄນສຸວັນ ຮອງກົມກໍ່ສ້າງກຳລັງກະຊວງປ້ອງກັນຄວາມສະຫງົບ, ມີຕາງໜ້າຄະນະນຳກອງບັນຊາການ 03 ແຂວງພາກກາງ ແຂກຖືກເຊີນ, ບັນດາຫ້ອງ, ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

 


ໂຄງການການຮຽນ-ການສອນ ຮຸ້ນທີ 09 ຫຼັກສູດວິຊາສະເພາະປ້ອງກັນຄວາມສະຫງົບ ສົກປີ 2020-2021 ມີ ນັກຮຽນທັງໝົດ 292 ຄົນ, ຍິງ 99 ຄົນ ເຊີ່ງແມ່ນພົນຕໍາຫຼວດທີ່ບໍ່ທັນຜ່ານການຮ່ຳຮຽນ ປກສ ຊັ້ນຕົ້ນມາກ່ອນ ແລະ ເປັນຜູ້ທີ່ີຮຽນຈົບມັດທະຍົມສຶກສາມໍປາຍ ທີ່ຜ່ານການຄັດເລືອກຕາມມາດຖານເງື່ອນໄຂ ແລະ ສອບເສັງເຂົ້າເປັນກຳລັງ ມາຈາກ 03 ແຂວງພາກກາງ ( ແຂວງວຽງຈັນ, ນະຄອນຫຼວງ, ບໍລິຄຳໄຊ ) ແລະ 03 ກົມໃຫຍ່ອ້ອມຂ້າງກະຊວງ. ການຮຽນ-ການສອນ ຈະໃຊ້ເວລາ 12 ເດືອນ ສົກປີ 2020-2021 ປະກອບມີ 03 ຫຼັກສູດ ຄື: ຫຼັກສູດກໍ່ສ້າງວິຊາສະເພາະປ້ອງກັນຄວາມສະຫງົບ ( ທົ່ວໄປ ), ຫຼັກສູດກໍ່ສ້າງວິຊາສະເພາະ 504 ແລະ ຫຼັກສູດກໍ່ສ້າງວິຊາສະເພາະ 300 ເຊີ່ງປະກອບມີ 03 ໝວດວິຊາຮຽນ ຄື: ໝວດວິຊາຄວາມຮູ້ທົ່ວໄປ ມີ 04 ວິຊາ, ໝວດວິຊາພື້ນຖານວິຊາສະເພາະມີ 08 ວິຊາ, ໝວດວິຊາສະເພາະ ມີ 15 ວິຊາ, ມີ 131 ວັນ, ມີ 917 ຊົ່ວໂມງ, ພາຍຫຼັງຮຽນຈົບພາກທິດສະດີແລ້ວ ຈະໄດ້ລົງຝຶກຫັດຢູ່ຕາມກອງບັນຊາການ ປກສ ແຂວງ, ປກສ ເມືອງ ແລະ ສອບເສັງຕາມລະບຽບຫຼັກການວິຊາສະເພາະຕາມທີ່ກຳນົດໄວ້, ໂດຍຈະໄດ້ຮັບການສິດສອນຈາກຄູອາຈານ ແລະ ພະນັກງານທີ່ມີປະສົບການຈາກພາກສ່ວນທີ່ກ່ຽວຂ້ອງໃຫ້ການສິດສອນ.

About admin11