ເຈົ້າແຂວງບໍລິຄຳໄຊ ລົງພົບປະໂອ້ລົມ ທະຫານກອງຮ້ອຍຊາຍແດນ ຄໍ 256 ເມືອງປາກກະດິງ

ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2020 ຢູ່ທີ່ສະໂມສອນ ກອງຮ້ອຍຊາຍແດນ 256 ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະໂອ້ລົມ ຄະນະພັກ, ຄະນະບັນຊາ, ກຳລັງປະກອບອາວຸດ ກອງຮ້ອຍທະຫານຊາຍແດນ ຄໍ 256 ທີ່ເມືອງປາກກະດິງ ແຂວງ ບໍລິຄຳໄຊ.

ທ່ານ ພັນໂທ ພູວົງໄຊ ເທບຄຳເຮືອງ ຫົວໜ້າການທະຫານ ກອງຮ້ອຍຊາຍແດນ ຄໍ 256 ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດໜ້າທີ່ໂດຍຫຍໍ້ ເຊີ່ງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ບາງບົດຮຽນທີ່ຖອດຖອນໄດ້ ໃນນັ້ນ ຄະນະພັກ, ຄະນະບັນຊາ ໄດ້ຖືເອົາວຽກງານການເມືອງແນວຄິດເປັນກົກ ຕິດພັນກັບການຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ໂຄງການຂອງກະຊວງປ້ອງກັນປະເທດວາງອອກ ໂດຍຫັນເອົາກໍາລັງລົງປະຈໍາຢູ່ຕາມຈຸດຕ່າງໆ ລຽບຕາມຊາຍແດນ ແມ່ນໍ້າຂອງ ສົມທົບກັບກຳລັງ ປກສ ກູ່ມບ້ານ, ອຳນາດການປົກຄອງຂັ້ນບ້ານເພື່ອກວດກາ, ລາດຕະເວນ, ຜ່ານການຈັດຕັ້ງປະຕິບັດ ເຫັນວ່າ ລຽບຕາມຊາຍແດນມີຄວາມສະຫົງບ, ປະກົດການຫຍໍ້ທໍ້ລຸດໜ້ອຍຖອຍລົງ ສັງຄົມມີຄວາມສະຫງົບ, ນອກຈາກວິຊາສະເພາະແລ້ວ ຍັງໄດ້ຊີ້ນຳກຳລັງ ຫັນເອົາການປູກ-ການລ້ຽງ ຜະລິດສະບຽງອາຫານເພື່ອປ້ອນເຮືອນຄົວລວມ ສາ້ງລາຍຮັບເຂົ້າກົມກອງ ແລະ ຄອບຄົວ. ພະນັງານນັກຮົບ ມີຄວາມເຊື່ອໝັ້ນຕໍ່ການບັນຊາ, ມີຄວາມສາມາັກຄີເປັນປຶກແຜ່ນ, ມີຄວາມຊ່ວຍເຫຼືອເຊີ່ງກັນ ແລະ ກັນ ແລະ ປະຊາຊົນໃນທ້ອງຖິ່ນ.

ທ່ານເຈົ້າແຂວງ ໄດ້ຕີລາຄາສູງຜົນງານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະບັນຊາ ພົນທະຫານກຳລັງປ້ອງກັນຊາດ ກອງຮ້ອຍຊາຍແດນໃນໄລຍະຜ່ານມາ ພ້ອມເນັ້ນໃຫ້ຄະນະພັກຄະນະບັນຊາ ຈົ່ງໄດ້ເພີ່ມທະວີວຽກງານວິຊາສະເພາະ ຕິດພັນກັບວຽກງານແກ້ໄຂ 4 ເຖື່ອນຂອງແຂວງວາງອອກ ຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ໃຫ້ມີໝາກຜົນ, ກຳແໜ້ນຄຳຂວັນຂອງ ກອງທັບປະຊາຊົນລາວວາງອອກຢ່າງເຂັ້ມງວດ, ກຽມພ້ອມທຸກເວລາ ເພື່ອຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ຢ່າງສຸດໃຈ.

ໂອກາດທີ່ທ່ານເຈົ້າແຂວງ ລົງພົບປະໂອ້ລົມຄະນະພັກ-ຄະນະບັນຊາ ກຳລັງປະກອບອາວຸດ ທະຫານຊາຍແດນ ຄໍ 256 ໃນຄັ້ງນີ້ ຍັງໄດ້ລົງພົບປະໃຫ້ກຳລັງໃຈ ທະຫານທີ່ປະຈຳຢູ່ຈຸດຕ່າງໆ ລຽບຕາມຊາຍແດນ ພ້ອມນຳເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜື່ງໄປມອບໃຫ້ເພື່ອນຳໃຊ້ເຂົ້າໃນກິດຈະກຳ ແລະ ຊີວິດປະຈຳວັນ.

About admins16