ໂຮງໝໍແຂວງບໍລິຄຳໄຊ ແລະ ແຂວງຫົວພັນ ແລກປ່ຽນຖອດຖອນບົດຮຽນຮ່ວມກັນ

ກອງປະຊຸມພົບປະແລກປ່ຽນ, ຖອດຖອນບົດຮຽນດ້ານວິຊາສະເພາະ ລະຫວ່າງ ໂຮງໝໍແຂວງບໍລິຄຳໄຊ ແລະ ໂຮງໝໍແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2020 ຢູ່ທີ່ຫ້ອງປະຊຸມໂຮງໝໍແຂວງບໍລິຄຳໄຊ, ຝ່າຍແຂວງບໍລິຄຳໄຊນຳໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງບໍລິຄຳໄຊ ແລະ ຝ່າຍແຂວງຫົວພັນນຳໂດຍ ທ່ານ ດຣ ອູ້ຍມີໄຊ ສີບຸນເຮືອງ ອຳນວຍການໂຮງໝໍແຂວງຫົວພັນ, ມີບັນດາຫົວໜ້າໜ່ວຍງານຂອງ 2 ໂຮງໝໍ ເຂົ້າຮ່ວມ.

ເພື່ອເປັນການແລກປ່ຽນດ້ານຄວາມຮູ້ ແລະ ປະສົບການດ້ານວິຊາການ, ເປັນການຈັດຕັ້ງຜັນຂະຫຍາຍ ບັນດາແຜນງານໂຄງການຂອງກະຊວງສາທາລະນະສຸກ ກອງປະຊຸມພົບປະແລກປ່ຽນ, ຖອດຖອນບົດຮຽນຄັ້ງນີ້ ຄະນະວິຊາການຂອງໂຮງໝໍທັງ 2 ຝ່າຍ ໄດ້ຍົກເອົາບັນຫາວຽກງານທີ່ປິ່ນອ້ອມຂອງໂຮງໝໍ ມາປຶກສາຫາລືຮ່ວມກັນ ເປັນຕົ້ນແມ່ນວຽກງານຄຸ້ມຄອງບໍລິຫານຫ້ອງການ, ວຽກງານຈັດຕັ້ງ-ຄຸ້ມຄອງພະນັກງານ, ວຽກງານບໍລິຫານການແພດ-ຄຸ້ມຄອງວິຊາການ, ວຽກງານບໍລິຫານພະຍາບານ, ວຽກງານຄວບຄູມການຕິດເຊື້ອໃນໂຮງໝໍ, ການປະຕິບັດວຽກງານ 5 ດີ 1 ພໍໃຈ, ວຽກງານຄຸ້ມຄອງປະກັນສຸຂະພາບ ແລະ ວຽກງານການຄຸ້ມຄອງສາງຢາ.

ສຳລັບໂຮງໝໍແຂວງບໍລິຄຳໄຊ ແມ່ນມີຈຸດເດັ່ນຫຼາຍດ້ານ ເປັນຕົ້ນແມ່ນຕັ້ງຢູ່ເທດສະບານແຂວງ ເປັນໃຈກາງຂອງໂຮງໝໍຊູມຊົນຂັ້ນເມືອງ, ມີສະຖານທີ່ກວ້າງຂວາງ, ໄດ້ຮັບການຍົກລະດັບດ້ານອາຄານໃຫຍ່ຂຶ້ນກ່ວາເກົ່າ ໂດຍໄດ້ຮັບການສະໜັບສະໜູນ ຈາກປະຊາຊົນປະເທດລຸກຊຳບວກ, ມີອຸປະກອນກາແພດ ແລະ ຊ່ຽວຊານຂະແໜງການຕ່າງໆຄົບຊຸດ ທຽບເທົ່າໂຮງໝໍຂັ້ນສູນກາງ, ສາມາດຕອບສະໜອງມວນຊົນທີ່ມາໃຊ້ການບໍລິການ, ໄດ້ຈັດຕັ້ງຜັນຂະຫຍາຍບັນດາແຜນງານ, ໂຄງການ ທີ່ທາງພະແນກສາທາລະນະສຸກວາງອອກໄດ້ດີພໍສົມຄວນ ເປັນຕົ້ນແມ່ນລະບອບປະຈຳການ, ບັນດາວຽກງານທີ່ປີ່ນອ້ອມ ແລະ ອື່ນໆ.

 

About admins14