ກອງປະຊຸມຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ

   

ກອງປະຊຸມຂອງຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ກໍລະກົດ 2020 ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັທ ສົມສົດ ແສງອາພອນ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍທ່ານນາງ ສີໄຄ ສີປະເສີດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ສະມາຊິກສະພາປະຊາຊົນແຂວງບໍລິຄຳໄຊ, ພະແນກການກ່ຽວຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ທ່ານນາງ ວັນນາ ປະເສີດກຸນ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານ 4 ປີ ແລະ ທິດທາງແຜນການຕໍ່ໜ້າຂອງຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງບໍລິຄຳໄຊ ວ່າ: ໃນໄລຍະ 4 ປີກ່ວາ ທີ່ຜ່ານມາ ໂດຍປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໄດ້ຕັ້ງໜ້າເອົາໃຈໃສ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນລົງເຄື່ອນໄຫວຕິດຕາມກວດກາໂຄງການພັດທະນາ, ໂຄງການກໍ່ສ້າງຂອງແຂວງ ແລະ ເມືອງ ຜົນກະທົບຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ເຊັ່ນ: ເຂື່ອນໄຟຟ້ານ້ຳງຽບ 1, ນ້ຳເທີນ 1, ສະຖານທີ່ດູດຫີນ-ຊາຍ, ໂຮງງານຜະລິດຢາງພາລາ ແລະ ອື່ນໆ, ໄດ້ຮັບຄຳຮ້ອງທຸກຈາກປະຊາຊົນ 208 ເລື່ອງ ຄຳສະເໜີ 103 ເລື່ອງ, ຄຳຮ້ອງຂໍຄວາມເປັນທຳ 105 ເລື່ອງ, ໃນນີ້ ສົ່ງມາຈາກສະພາແຫ່ງຊາດ 14 ເລື່ອງ, ຄຳຮ້ອງຕິດພັນກັບຂະບວນຍຸຕິທຳ 157 ເລື່ອງ, ຂົງເຂດ ປກຊ-ປກສ ມີ 51 ເລື່ອງ, ຄົ້ນຄ້ວາສຳເລັດ 207 ເລື່ອງ ກຳລັງຄົ້ນຄ້ວາ 1 ເລື່ອງ, ບັນຫາພົ້ນເດັ່ນແມ່ນບໍ່ພໍໃຈຕໍ່ຄຳຕັດສິນຂອງສານ ຫຼື ຄຳພິພາກສາຂອງສານ ແລະ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ໄດ້ຕ້ອນຮັບ ແລະ ໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນຈຳນວນ 197 ຄັ້ງ, ມີ 372 ຄົນ ຍິງ 86 ຄົນ, ບັນຫາປະຊາຊົນນຳມາປຶກສາຫາລືພົ້ນເດັ່ນແມ່ນກັບພັນກັບ ບັນຫາກູ້ຢືມ, ຫຼັກຊັບຄ້ຳປະກັນກ່ອນສານຕັດສິນ, ການເກັບກຳຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ ແລະ ບັນຫາອື່ນໆ.

ສຳລັບທິດທາງແຜນການໃນຕໍ່ໜ້າ ຍົກສູງຄຸນນະພາບຂອງການຕົກລົງບັນຫາສຳຄັນຂອງແຂວງ ໂດຍຜ່ານກົນໄກການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງໃຫ້ສອດຄ່ອງ ຕາມລັດຖະທຳມະນູນ ແລະ ກົດໝາຍ ແນໃສ່ຮັບປະກັນຜົນປະໂຫຍດລວມຂອງຊາດ, ແຂວງ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ຮັບ ແລະ ພິຈາລະນາຄຳສະເໜີຂອງພະແນກການຕ່າງໆ ກ່ຽວກັບວຽກງານຍຸຕິທຳ ແລະ ວຽກງານ ປກຊ-ປກສ, ຄົ້ນຄ້ວາພິຈາລະນາ ແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ຕາມຂອບເຂດສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ກອງປະຊຸມຍັງໄດ້ມີການປະກອບຄຳເຫັນຈາກສະມາຊິກສະພາ, ພະແນກກ່ຽວຂ້ອງ ກ່ຽວກັບການແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

About admins16