ບໍລິຄຳໄຊ ເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2019-2020

ພິທີເປີດການສອບເສັງຈົບຊັ້ນມັດທະຍົມສຶກສາ ສາຍສາມັນ ປະຈຳສົກຮຽນ 2019-2020 ທົ່ວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2020 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ, ໂດຍການເປັນປະທານຂອງທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກການພາຍໃນແຂວງ, ຄູ-ອາຈານ, ພ້ອມດ້ວຍແຂກຖືກເຊີນ ແລະ ນັກສອບເສັງທັງໝົດ ເຂົ້າຮ່ວມ.

ທ່ານ ຄຳສີ ຍົມມະລາດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດລາຍການກະກຽມການສອບເສັງຈົບຊັ້ນ ໃນສົກປີ 2019-2020 ວ່າ: ທົ່ວແຂວງມີຈຳນວນນັກສອບເສັງຈົບຊັ້ນມັດທະຍົມສຶກສາສາຍສາມັນທັງໝົດ 7.350 ຄົນ ຍິງ 3.452 ຄົນ, ໃນນັ້ນ ສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ແບ່ງເປັນ 14 ສູນສອບເສັງ ຄື: ມ.ສ ສີທ່ານາໄຊ, ມ.ຕົ້ນໂພສີ, ມ.ສ ທ່າພະບາດ, ມ.ສ ວຽງຄຳ, ປາກກະດິງ, ມ.ຕົ້ນ ທົ່ງນາມີ, ມ.ສ ສົມມຸງຄຸນ, ມ.ສ ຜາເມືອງ, ມ.ສ ນະຄອນໄຊ, ມ.ສ ຊົນເຜົ່າ, ມ.ຕົ້ນ ໜອງກອກ, ມ.ສ ວຽງທອງ, ມ.ສ ຈອມທອງ ແລະ ມ.ສ ໂພນສີ. ປະກອບມີ 207 ຫ້ອງສອບເສັງ ມີນັກສອບເສັງທັງໝົດ 4.213 ຄົນ ຍິງ 2.003 ຄົນ, ສະເລ່ຍ 19-23 ຄົນຕໍ່ຫ້ອງ, ມີ 6 ວິຊາສອບເສັງ ຄື: ວິຊາ ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ-ທຳມະຊາດ, ວິທະຍາສາດ-ສັງຄົມ, ສຶກສາພົນລະເມືອງ ແລະ ວິຊາພາສາອັງກິດ. ເຊິ່ງຈະໄດ້ເລີ່ມການສອບເສັງແຕ່ວັນທີ 22 – 24 ກໍລະກົດ 2020.

ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ມີ 10 ສູນສອບເສັງ ຄື: ມ.ສ ສີທ່ານາໄຊ, ມ.ປາຍ ປາກຊັນ, ມ.ສ ທ່າພະບາດ, ມ.ສ ວຽງຄຳ, ມ.ສ ສົມມຸງຄຸນ, ມ.ສ ຜາເມືອງ, ມ.ສ ນະຄອນໄຊ, ມ.ສ ຊົນເຜົ່າ, ມ.ສ ວຽງທອງ ແລະ ມ.ສ ໂພນສີ, ປະກອບມີ 153 ຫ້ອງສອບເສັງ ມີນັກສອບເສັງທັງໝົດ 3.317 ຄົນ ຍິງ 1.449 ຄົນ ສະເລ່ຍ 19-23 ຄົນຕໍ່ຫ້ອງ, ມີ 4 ວິຊາສອບເສັງ ຄື: ພາສາລາວ+ວັນນະຄະດີ, ຄະນິດສາດ, ຊີວະສາດ ແລະ ວິຊາ ພູມສາດ. ຈະເລີ່ມການສອບເສັງໃນວັນທີ 29 – 30 ກໍລະກົດ 2020.

ສຳລັບການສອບເສັງ ມ.7 ບໍາລຸງ ມີນັກສອບເສັງທັງໝົດ 76 ຄົນ ຍິງ 22 ຄົນ ແບ່ງເປັນ 3 ສູນ ຄື: ສູນການສຶກສານອກໂຮງຮຽນຂອງແຂວງ ມີ 30 ຄົນ ຍິງ 3 ຄົນ ແບ່ງເປັນ 2 ຫ້ອງ, ສູນການສຶກສານອກໂຮງຮຽນເມືອງປາກກະດິງ 21 ຄົນ ຍິງ 10 ຄົນ ແບ່ງເປັນ 2 ຫ້ອງ ແລະ ສູນການສຶກສານອກໂຮງຮຽນເມືອງຄໍາເກີດ ມີ 25 ຄົນ ຍິງ 9 ຄົນ ແບ່ງເປັນ 2 ຫ້ອງ, ເຊິ່ງຈະໄດ້ຈັດຕັ້ງການສອບເສັງໃນວັນທີ 4-5 ສິງຫາ 2020.

About admins16