ບໍລິຄຳໄຊ ປະກາດແຕ່ງຕັ້ງຫົວໜ້າພະແນກກະສິກຳ – ປ່າໄມ້ ແລະ ອຸດສາຫະກຳ – ການຄ້າ ແຂວງ

ພິທີປະກາດການແຕ່ງຕັ້ງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2020 ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 419/ຂບຊ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັດທະຈອນ ແກ້ວພຸດທະວົງ ເປັນຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ.

ໃນຕອນບ່າຍຂອງວັນດຽວກັນ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າພະແນກ ອຄ ແຂວງ ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 414/ຂບຊ ແລະ 415/ຂບຊ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການຍົກຍ້າຍ ທ່ານ ໄກສອນ ຈັນສີນາ ຮອງປະທານຄະນະກຳມາທິການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ໄປເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ, ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 478/ຂບຊ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ໄກສອນ ຈັນສີນາ ເປັນເລຂາຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ສະບັບເລກທີ 416/ຂບຊ, ລົງວັນທີ 21 ກໍລະກົດ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນເພັງ ໄຊສົງຄາມ ເປັນຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.

About admins16