ການນຳ-ມວນຊົນ ແຂວງບໍລິຄຳໄຊ ຮ່ວມໃຈໃສ່ບາດຖວາຍສັງຄະທານ ອຸທິດຫາດວງວິນຍານ ພຣະເຈົ້າໄຊຍະເສດຖາທິຣາດ

ພິທີໃສ່ບາດຖວາຍສັງຄະທານ ຮູບຫຼໍ່ທອງເຫຼືອງພະເຈົ້າໄຊຍະເສດຖາທິຣາດ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2020 ຢູ່ເດີ່ນໂຮງແຮມສຸນັນທາ ບ້ານໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມພິທີໃສ່ບາດຄັ້ງນີ້ ນຳໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ທ່ານ ບົວເງີນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງ, ພະນັກງານການນຳອາວຸໂສບຳນານ, ເຖົ້າແກ່ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະ ຊາວພຸດທະສາສະນິກະຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

 

ການໃສ່ບາດໃນຄັ້ງນີ້ ກໍ໋ເພື່ອເປັນການອຸທິດສ່ວນບຸນກຸສົນ ພຣະບາດສົມເດັດເຈົ້າໄຊຍະເສດຖາທິຣາດ ທີ່ເປັນວິລະບູລຸດຂອງຊາດ ທີ່ມີຄວາມປີຊາສາມາດ, ສະຫຼຽວສະຫຼາດ, ອົງອາດກ້າຫານ ໃນພິໄຊສົງຄາມ ຊົງເປັນພຸດທະສານິກະຊົນອັນເລີດ ໃນການສ້າງສາພັດທະນາບ້ານເມືອງ, ສີລະປະວັດທະນະທຳ, ຮີດຄອງປະເພນີຂອງຊາດ, ເປັນພຣະມະຫາກະສັດສະເໝີດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາຣາດ ຕັ້ງແຕ່ບັນພະການສືບມາເຖີງລູກຫຼານ ໄດ້ສືບທອດກັນມາຈົນເທົ່າທຸກວັນນີ້. ພ້ອມນັ້ນຍັງເປັນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ເປັນການອານຸລັກຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ມີຄວາມຍືນຍົງຄົງຕົວຢູ່ຄູ່ກັບຄົນລາວຊາວພຸດຕະຫຼອດໄປ.

ໂອກາດນີ້ມວນຊົນຊາວແຂວງບໍລິຄຳໄຊ ຍັງໄດ້ພ້ອມກັນໂມທະນາທານຕາມຈິດໃຈໃສສັດທາ ລວມທັງໝົດ 44.503.400 ກີບ ເພື່ອກອບສ່ວນເຂົ້າໃນການສ້າງອານຸສາວະລີ ສົມເດັດພຣະເຈົ້າໄຊຍະເສດຖາທິຣາດ ມະຫາຣາດ ຢູ່ທີ່ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື. ຫຼັງຈາກສຳເລັດພິທີໃສ່ບ່າດ ເວລາ 8:30 ໂມງ ຂະບວນແຫ່ຮູບຫຼໍ່ທອງເຫຼືອງພະເຈົ້າໄຊຍະເສດຖາທິຣາດ ກໍ່ໄດ້ເຄື່ອນຍ້າຍອອກຈາກເມືອງປາກຊັນ ເພື່ອຈະໄດ້ເດີນທາງໄປແຂວງຄຳມ່ວນຕໍ່ໄປ.

About admins14