ເປີດຫ້ອງການປະສານງານຊາຍແດນ ( BLO ) ດ່ານສາກົນປາກຊັນ

ພິທີເປີດຫ້ອງການປະສານງານ ( BLO ) ດ່ານສາກົນປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 07 ກໍລະກົດ 2020 ຢູ່ດ່ານສາກົນປາກຊັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານສະພາບໍລິຫານກອງທຶນ, ທ່ານ ພັອ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ມີຄະນະຮັບຜິດຊອບໂຄງການ, ພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ ແລະ ພະນັກງານວິການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ແສງເດືອນ ໂພມະວົງສາ ຕາງໜ້າໃຫ້ແກ່ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳ ສປປ ລາວ ແລະ ຫ້ອງການພາກພື້ນ ອາຊີປາຊີຟິກ ( UNODC ) ໄດ້ລາຍງານກ່ຽວກັບໂຄງການດັ່ງກ່າວວ່າ: ການເປີດຫ້ອງການປະສານງານຊາຍແດນເມືອງປາກຊັນ ແຂວງບໍລິຄຳໄຊ ໃນຄັ້ງນີ້ ເປັນຂີດໝາຍອັນໃໝ່ທີ່ສຳຄັນ ແລະ ເປັນຜົນສຳເລັດຂອງລັດຖະບານ ສປປ ລາວ ເພື່ອສ້າງຄວາມເຂັ້ມແຂງ ແລະ ການພົວພັນຮ່ວມມືກັບສາກົນ ໂດຍສະເພາະ ກັບດ່ານຊາຍແດນອຳເພີ ບຶງການ ຈັງຫວັດບຶງການ ປະເທດໄທ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ເປັນຕົ້ນການຄ້າຂາຍຢາເສບຕິດ, ສານເຄມີ, ການຄ້າມະນຸດ ການລັກລອບຄົນເຂົ້າເມືອງຜິດກົດໝາຍ ອາຊະຍາກຳສິ່ງແວດລ້ອມ ເຊັ່ນ: ການຄ້າຂາຍສັດນ້ຳ-ສັດປ່າປະເພດຫວງຫ້າມ ທີ່ໃກ້ຈະສູນພັນ ການຄ້າຂາຍໄມ້ເຖື່ອນ ແລະ ສິນຄ້າປອມແປງອຶ່ນໆ. ຈາກນັ້ນ ໃນພິທີໄດ້ມີການຕັດແຜ່ນຜ້າ ແລະ ປ່ອຍປ້າຍ ເພື່ອເປີດພິທີຢ່າງເປັນທາງການ.

About admins16