ມອບ-ຮັບ ໝ້າທີ່ເລຂາຄະນະພັກຮາກຖານກຸ່ມບ້ານຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2020 ທີ່ຜ່ານມານີ້ ຢູ່ຫ້ອງການບ້ານນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບ-ຮັບ ໝ້າທີ່ເລຂາຄະນະພັກຮາກຖານກຸ່ມບ້ານ ລະຫວ່າງ ສະຫາຍ ຄຳໄຊ ຕຸນາລົມ ເລຂາຄະນະພັກຮາກຖານກຸ່ມບ້ານຜູ້ເກົ່າ ແລະ ສະຫາຍ ຄູນ ໄຊຍະຈັກ ເລຂາຄະນະພັກຮາກຖານກຸ່ມບ້ານຜູ້ໃໝ່ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ມີເລຂາພັກ 6 ບ້ານ ພາຍໃນກຸ່ມບ້ານ ແລະ ແຂກຖຶກເຊີນເຂົ້າຮ່ວມເປັນສັກຄີພະຍານ.

ໃນພິທີ ທ່ານ ຄຳໄຊ ຕຸນາລົມ ເລຂາຄະນະພັກຮາກຖານ ຜູ້ເກົ່າໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລຍະສົກປີ 2019-2020 ວ່າ: ກຸ່ມບ້ານນ້ຳອ້ອນ ປະກອບມີ 6 ບ້ານ, ມີພົນລະເມືອງທັງໝົດ 4,319 ຄົນ, ຍິງ 1,965ຄົນ, ມີ 610 ຫຼັງຄາເຮືອນ, ມີ 794 ຄອບຄົວ, ມີ 3 ຊົນເຜົ່າ ຄື: ເຜົ່າມົ້ງ 1,576ຄົນ, ຍິງ 784ຄົນ, ເຜົ່າຕູມ 1,725ຄົນ, ຍິງ 817ຄົນ, ເຜົ່າລາວລຸ່ມ 1,018 ຄົນ, ຍິງ 364 ຄົນ, ມີຄະນະພັກຮາກຖານບໍລິຫານງານ 5 ສະຫາຍ, ຍິງ 1 ສະຫາຍ, ມີສະມະຊິກທັງໝົດ 134 ສະຫາຍ, ຍິງ 30ສະຫາຍ, ມີສະມະຊິກສໍາຮອງ 9 ສະຫາຍ, ຍິງ 1 ສະຫາຍ.

ຈາກນັ້ນ ທ່ານ ຄູນ ໄຊຍະຈັກ ເລຂາຄະນະພັກຮາກຖານກຸ່ມບ້ານຜູ້ໃໝ່ໄດ້ຂຶ້ນຮັບໜ້າທີ່ພ້ອມໃຫ້ຄຳໝັ້ນວ່າຈະນຳພາ-ຊີ້ນຳກຸ່ມບ້ານນ້ຳອ້ອນໃຫ້ພັດທະນາ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

 

About admins16