ເມືອງບໍລິຄັນ ຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ກຸ່ມບໍລິການຮ້ານອາຫານ, ໂຮງແຮມ, ເຮືອນພັກ ພາຍໃນເມືອງ


ໃນວັນທີ່ 30 ມິຖຸນາ 2020ນີ້.ຢູ່ຫ້ອງປະຊູມເມືອງບໍລິຄັນ ໄດ້ຈັດຝືກອົບຮົມການຮັກສາຄູນະພາບການບໍລິການ ແລະ ການເອົາໃຈໃສ່ລູກຄ້າສໍາລັບພະນັກງານໃຫ້ກຸ່ມບໍລິການຮ້ານອາຫານ,ໂຮງແຮມ,ເຮືອນພັກພາຍໃນເມືອງຂື້ນ.ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ອຸດອນ ສອນສຸລີນ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງ,ທ່ານ ນາງ ບຸດສະບາ ຈັນຊົມພູ ຮອງຫົວໜ້າພະແນກຝືກອົບຮົມວິຊາການທ່ອງທ່ຽວ ສະຖາບັນສື່ມວນຊົນ,ມີຄະນະຮັບພິຊອບການຝືກອົບຮົມຈາກສະຖາບັນສື່ມວນຊົນກະຊວງ ຖວທ, ຈາກແຂວງ, ເມືອງພ້ອມດ້ວຍສໍາມະນາກອນຕົວແທນໃຫ້ແກ່ຮ້ານຮ້ານອາຫານ,ໂຮງແຮມ,ເຮືອນພັກພາຍໃນເມືອງເຂົ້າຮ່ວມ.

     ຈຸດປະສົງທີ່ຈັດຝືດອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຂອງກຸ່ມບໍລິການຮ້ານອາຫານ, ໂຮງແຮມ, ເຮືອນພັກ ໃນການຕ້ອນຮັບນັກທ່ອງທ່ຽວ ແລະ ສະໜອງບໍລິການອາຫານ,  ເຄື່ອງດື່ມໃຫ້ເກີດຄວາມປະທັບໃຈ.

    ໃນໂອກາດດັ່ງກ່າວທ່ານປະທານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ການນຳກະຊວງ ຖວທ ທີ່ໄດ້ເອົາໃຈໃສ່ຍາດແຍ່ງເອົາທືນມາຈັດຝືກອົບຮົມໃຫ້ທ້ອງຖີ່ນ ໃຫ້ເກີດປະໂຫຍດໃນການບໍລິການຮ້ານອາຫານ, ຮ້ານກີນດື່ມ, ໂຮງແຮມ, ເຮືອນພັກ ໄດ້ມີການພັດທະນາດີຂື້ນເປັນກ້າວໆ

About admin11